Homeຂ່າວພາຍ​ໃນ6 ເດືອນຕົ້ນປີ 2023 ໄຟຟ້າລາວຈໍາໜ່າຍໄຟຟ້າໄດ້ 7.200 ກວ່າກິກກາວັດ

6 ເດືອນຕົ້ນປີ 2023 ໄຟຟ້າລາວຈໍາໜ່າຍໄຟຟ້າໄດ້ 7.200 ກວ່າກິກກາວັດ

Published on

ໃນໄລຍະ 6 ເດືອນຕົ້ນປີ 2023 ນີ້, ລັດວິສາຫະກິດໄຟຟ້າລາວ (ຟຟລ) ສາມາດຈຳໜ່າຍໄຟຟ້າ ໄດ້ທັງໝົດ 7.249,14 ກິກກາວັດ (GWh) ເປັນເງິນ 8.187,58 ຕື້ກີບ, ທຽບໃສ່ໄລຍະດຽວກັນຂອງປີ 2022 ພະລັງງານເທົ່າກັບ 100,40%. ໃນຂະນະທີ່ 6 ເດືອນຕົ້ນປີ 2023 ນີ້, ລັດວິສາຫະກິດໄຟຟ້າລາວ ຊື້ພະລັງງານພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດ ທັງໝົດ 7.852,30 ກິກກາວັດ (GWh) ເປັນເງິນ 9.007,49 ຕື້ກີບ, ໃນນັ້ນ ຊື້ພະລັງງານພາຍໃນ ປະຕິບັດໄດ້ 6.607,49 GWh, ນໍາເຂົ້າພະລັງງານຈາກຕ່າງປະເທດ ປະຕິບັດໄດ້ 1.223,06 GWh.

ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ຟຟລ ໃຫ້ຮູ້ໃນກອງປະຊຸມສະຫຼຸບວຽກງານປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2023 ນີ້, ລັດວິສາຫະກິດໄຟຟ້າລາວ ສາມາດຈຳໜ່າຍໄຟຟ້າ ໄດ້ 7.249,14 GWh ທຽບໃສ່ແຜນປະຕິບັດໄດ້ 90,21%, ເປັນເງິນ 8.187,58 ຕື້ກີບ ເນື່ອງຈາກ ໄດ້ປັບປຸງໂຄງສ້າງລາຄາໄຟ ພາກທີ່ບໍ່ແມ່ນທີ່ຢູ່ອາໄສ ເຮັດໃຫ້ລາຍຮັບເພີ່ມຂຶ້ນຫຼາຍກວ່າປີຜ່ານ ມາໃນນັ້ນ, ການຂາຍພະລັງງານພາຍໃນປະເທດປະຕິບັດໄດ້ 5.595,96 GWh ເທົ່າກັບ 89,07% ຂອງແຜນການ, ເປັນເງິນ 6.081,70 ຕື້ກີບ, ທຽບໃສ່ແຜນເທົ່າກັບ 82,33% ເຊິ່ງເຫັນວ່າຫຼຸດຈາກແຜນ ເນື່ອງຈາກການຊົມໃຊ້ໄຟຟ້າພາຍໃນປະເທດບໍ່ເປັນໄປຕາມແຜນ. ສ່ວນການສົ່ງອອກຕ່າງປະເທດ ປະຕິບັດໄດ້ 1.653,18 GWh ເທົ່າກັບ 94,32% ຂອງແຜນການ, ເປັນເງິນ 2.105,88 ຕື້ກີບ, ເທົ່າກັບ 95,47% ຂອງແຜນການ ເນື່ອງຈາກການຜະລິດໄຟຟ້າພາຍໃນປະເທດ ຫຼຸດຈາກແຜນການ ຍ້ອນຜົນກະທົບມາຈາກໄພແລ້ງ ແລະ ການຊົມໃຊ້ພາຍໃນມີການເພີ່ມຂຶ້ນ.

ທ່ານ ຈັນທະບູນ ສຸກອາລຸນ ຍັງໃຫ້ຮູ້ອີກວ່າ: ສຳລັບ ການຊື້ພະລັງງານໄຟຟ້າ ພາຍໃນ ປະຕິບັດໄດ້ 6.607,49 GWh ເທົ່າກັບ 84,73% ຂອງແຜນການ, ເປັນເງິນ 7.584,21 ຕື້ກີບ ເທົ່າກັບ 99,65% ຂອງແຜນການ, (ເຫັນວ່າການຜະລິດພະລັງງານພາຍໃນປະເທດ ແມ່ນຫຼຸດຈາກແຜນຫຼາຍ ເນື່ອງຈາກໄພແລ້ງ, ແຕ່ຖ້າເບິ່ງເປັນເງິນແມ່ນບໍ່ຫຼຸດລົງ ຍ້ອນສັນຍາ Take or Pay). ສ່ວນການນໍາເຂົ້າພະລັງງານຈາກຕ່າງປະເທດ ປະຕິບັດໄດ້ 1.223,06 GWh ເທົ່າກັບ 149,96% ຂອງແຜນການ, ເປັນເງິນ 1.423,28 ຕື້ກີບ, ໃນນັ້ນ ຊື້ຈາກ EGAT ແມ່ນ 1.129,77 GWh, ເປັນເງິນ 1.312,46 ຕື້ກີບ, ຖ້າທຽບໃສ່ປີ 2022, ການນຳເຂົ້າ ປີ 2023 ພະລັງງານລື່ນແຜນ 208,86%.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...