spot_img
Homeຂ່າວການສຶກສາການສອບເສັງເຂົ້າ ມຊ ສົກສຶກສາ 2023-2024 ທຽບໃສ່ປີທີ່ຜ່ານມາແມ່ນມີທ່າອ່ຽງຫຼຸດລົງ

ການສອບເສັງເຂົ້າ ມຊ ສົກສຶກສາ 2023-2024 ທຽບໃສ່ປີທີ່ຜ່ານມາແມ່ນມີທ່າອ່ຽງຫຼຸດລົງ

Published on

ການສອບເສັງເຂົ້າມະຫາຍວິທະຍາໄລແຫ່ງຊາດ(ມຊ) ສົກສຶກສາ 2023-2024 ຫາກໍ່ສຳເລັດໃນທ້າຍອາທິດຜ່ານມາເຊິ່ງເຫັນໄດ້ວ່າ ຄວາມສົນໃຈຂອງນັກຮຽນທີ່ຮຽນຈົບ ມ7 ໃນການເຂົ້າສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ ມີທ່າອ່ຽງຫລຸດລົງ ສະແດງອອກຈຳນວນນັກຮຽນທີ່ມາລົງທະ ບຽນສອບເສັງໃນໄລຍະຫລັງມານີ້ ມີທ່າອ່ຽງຫລຸດດລົງຫລາຍ ເມື່ອທຽບໃສ່ຫລາຍປີກ່ອນໜ້ານີ້.

ສຳລັບການສອບເສັງໄດ້ອີງຕາມສະຖິຕິ, ໃນສົກສຶກສາ 2022-2023 ມີຜູ້ສະໝັກລົງທະບຽນເຂົ້າສອບເສັງທັງໝົດ 11.976 ຄົນ, ມີໜ້າເຂົ້າສອບເສັງຕົວຈິງ 10.100 ກວ່າຄົນ, ໃນນັ້ນຕົວເລກຂອງ ມຊ ຮັບເອົານັກສຶກສາເຂົ້າຮຽນ 6.990 ຄົນ. ສ່ວນສົກຮຽນ 2023-2024 ທີ່ມີການສອບເສັງໃນວັນທີ 12 ສິງຫາ ຜ່ານມາ, ມີນັກຮຽນໃຫ້ຄວາມສົນໃຈມາລົງທະບຽນສອບເສັງທັງໝົດ 7.441 ຄົນ, ໃນນີ້ ຈະຄັດເລືອກເອົາ 6.688 ຄົນ.

ທ່ານ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ, ຜູ້ຊີ້ນໍາວຽກງານວິຊາການ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນນີ້ວ່າ: ປັດຈຸບັນ, ສັງຄົມມີຄວາມສົນໃຈຫລາຍກ່ຽວກັບຈຳນວນນັກຮຽນ, ນັກສຶກສາຂອງ ມຊ ມີຈຳນວນຫລຸດລົງໃນແຕ່ລະປີ ຊຶ່ງເກີດຈາກຫລາຍສາເຫດສຳຄັນ ເປັນຕົ້ນ ຈຳນວນປະຊາກອນພາຍໃນປະເທດລາວບໍ່ຫລາຍ, ຕະຫລາດການຈ້າງງານພາຍໃນປະເທດມີຈຳນວນຈຳກັດ, ການເປີດກວ້າງການຮ່ວມມືກັບພາກພື້ນ ແລະ ສາກົນມີຫລາຍຂຶ້ນ, ນັກຮຽນຫລາຍຄົນມີລະດັບການສຶກສາເກັ່ງ ເຮັດໃຫ້ນັກຮຽນຈຳນວນໜຶ່ງສາມາດເສັງເອົາທຶນຂອງອົງການຈັດຕັ້ງສາກົນຕ່າງໆ ເພື່ອໄປສຶກສາຕໍ່ຢູ່ຕ່າງປະເທດ ແລະ ອື່ນໆ. ດັ່ງນັ້ນ, ຈຶ່ງເຮັດໃຫ້ຄວາມສົນໃຈຂອງນັກຮຽນ ໃນການເຂົ້າມາສຶກສາຢູ່ ມຊ ມີຈຳນວນຫລຸດລົງຫລາຍເມື່ອທຽບໃສ່ຫລາຍປີຜ່ານມາ.

ທີ່ມາ: ປະເທດລາວ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...