Homeຂ່າວຕ່າງປະເທດໄພແຫ້ງແລ້ງໃນລາວສົ່ງຜົນກະທົບຕໍ່ການສົ່ງອອກໄຟຟ້າໄປໄທ

ໄພແຫ້ງແລ້ງໃນລາວສົ່ງຜົນກະທົບຕໍ່ການສົ່ງອອກໄຟຟ້າໄປໄທ

Published on

ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ກ່າວວ່າ ແຫຼ່ງຜະລິດໄຟຟ້າໃນປະເທດໄທອາດໄດ້ຮັບຜົນກະທົບ ເນື່ອງຈາກໄຟຟ້າທີ່ນຳເຂົ້າຈາກປະເທດລາວປະເຊີນກັບໄພແຫ້ງແລ້ງ.

ຖ້າໄພແຫ້ງແລ້ງຮຸນແຮງຂຶ້ນ ເຂື່ອນໄຟຟ້າພະລັງງານນ້ຳໃນລາວຈະຜະລິດໄຟຟ້າໄດ້ໜ້ອຍລົງ ຈຶ່ງສົ່ງຜົນໃຫ້ການສົ່ງອອກໄຟຟ້າຂອງລາວໜ້ອຍລົງເຊັ່ນກັນ.

ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ໄດ້ລົງນາມຂໍ້ຕົກລົງໃນການຊື້ໄຟຟ້າພາຍໃຕ້ແຜນສົ່ງເສີມການໃຊ້ພະລັງງານໝຸນວຽນ 10.500 ເມກາວັດ ເຊິ່ງເພີ່ມຂຶ້ນຈາກ 9.000 ເມກາວັດ.

ໃນບັນດາໂຮງໄຟຟ້າພະລັງງານນ້ຳໃນລາວທີ່ຂາຍໄຟຟ້າໃຫ້ໄທ ມີຄື ເຂື່ອນໄຟຟ້ານ້ຳງື່ມ 2 ແລະ ເຂື່ອນໄຟຟ້າ ໄຊຍະບູລີ ເຂື່ອນໄຟຟ້າທັງ 2 ມີປະລິມານນ້ຳຫຼຸດລົງ ສົ່ງຜົນໃຫ້ການຂາຍໄຟຟ້າກໍຫຼຸດລົງ.

ຜົນກະທົບຈາກໄພແຫ້ງແລ້ງທີ່ເກີດຈາກປາກົດການເອວນີໂຢ ເປັນປາກົດການທີ່ເຮັດໃຫ້ເກີດໄພແຫ້ງແລ້ງ ອຸທົກກະໄພ ຫຼື ນ້ຳຖ້ວມ ສົ່ງຜົນກະທົບໃຫ້ຫຼາຍໆປະເທດ.

ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ກ່າວຕື່ມອີກວ່າ ກຳລັງຕິດຕາມໄພແຫ້ງແລ້ງໃນປະເທດ ແລະ ກຽມມາດຕະການຕ່າງໆ ເພື່ອໃຫ້ແນ່ໃຈວ່າມີໄຟຟ້າພຽງພໍສຳລັບປະເທດ.

ແຫຼ່ງຂ່າວ Bangkok Post

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...