Homeຂ່າວທ້ອງຖິ່ນນາຍົກລັດຖະມົນຕີ ເຄື່ອນໄຫວເພື່ອຕິດຕາມເບິ່ງສະພາບພື້ນຖານໂຄງລ່າງຢູ່ດ່ານສາກົນນາເພົ້າ

ນາຍົກລັດຖະມົນຕີ ເຄື່ອນໄຫວເພື່ອຕິດຕາມເບິ່ງສະພາບພື້ນຖານໂຄງລ່າງຢູ່ດ່ານສາກົນນາເພົ້າ

Published on

ໃນວັນທີ 12 ສິງຫາ 2023 ເຊິ່ງເປັນມື້ທີ 02 ຂອງການປະຕິບັດພາລະກິດຢູ່ແຂວງຄໍາມ່ວນຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໂດຍມີລັດຖະມົນຕີ, ຮອງລັດຖະມົນຕີຈາກກະຊວງທີ່ກ່ຽວຂ້ອງຮ່ວມເຄື່ອນໄຫວເພື່ອຕິດຕາມເບິ່ງສະພາບພື້ນຖານໂຄງລ່າງຢູ່ດ່ານສາກົນນາເພົ້າ. ຮ່ວມເຄື່ອນໄຫວໃນຄັ້ງນີ້ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ , ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ , ບັນດາທ່ານຮອງເຈົ້າແຂວງ , ເຈົ້າເມືອງບົວລະພາ ,ມີບັນດາເຈົ້າໜ້າທີ່ທຸກຂະແໜງການພາຍໃນດ່ານ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງຮ່ວມເຄື່ອນໄຫວຕິດຕາມ ແລະ ໃຫ້ການຕ້ອນຮັບຢູ່ທີ່ສາງພັກສິນຄ້າດ່ານສາກົນນາເພົ້າ ເມືອງບົວລະພາ ແຂວງຄໍາມ່ວນ.

ໃນໂອກາດດັ່ງກ່າວທ່ານນາຍົກລັດຖະມົນຕີພ້ອມດ້ວຍຄະນະໄດ້ເຄື່ອນໄຫວຕິດຕາມ, ກວດກາຈຸດບໍລິການລະບົບມາດຕະຖານຂອງລະບົບຊິງຊັ່ງນໍ້າໜັກຣົດບັນທຸກສິນຄ້າ ແລະ ການແຈ້ງພາສີທີ່ໃຊ້ລະບົົບອີເລັກໂຕຣນິກເຂົ້າໃນການຄຸ້ມຄອງຈັດເກັບລາຍຮັບ ແລະ ສະຖານທີ່ເຮັດວຽກຂອງເຈົ້າໜ້າທີ່ປະຈໍາດ່ານລວມທັງພື້ນຖານໂຄງລ່າງສິ່ງອໍານວຍຄວາມສະດວກຕ່າງໆທີ່ນໍາໃຊ້ໃນການສົ່ງອອກ – ນໍາເຂົ້າສິນຄ້າ ແລະ ການບໍລິການຜ່ານດ່ານສາກົນຕະຫຼອດການປະຕິບັດໜ້າທີ່ໃນຄວາມຮັບຜິດຊອບທາງດ້ານວຽກງານວິຊາການ ແລະ ວິຊາສະເພາະຂອງພະນັກງານໃນການບໍລິການສິນຄ້າຜ່ານແດນພ້ອມນີ້ຍັງໄດ້ແນະນໍາໃຫ້ເພິ້ມຄວາມກະທັດຮັດ , ສອດຄ່ອງຕາມລະບຽບກົດໝາຍ , ລຸດຜ່ອນຂັ້ນຕອນຕ່າງໆທີ່ບໍ່ເປັນເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ -ສົ່ງອອກສິນຄ້າເຄື່ອງຂອງ ແລະ ການບໍລິການຜູ້ຄົນຜ່ານດ່ານຊາຍແດນໃຫ້ຖືກຕ້ອງຕາມລະບຽບກົດໝາຍເພື່ອສຸມໃສ່ໃນການຄຸ້ມຄອງການຈັດເກັບລາຍຮັບ , ຂຸດຄົ້ນທ່າແຮງທີ່ບົ່ມຊ້ອນ , ເພິ້ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼເຮັດໃຫ້ການເກັບພັນທະມີຄວາມຖືກຕ້ອງ,ຄົບຖ້ວນ , ທັນຕາມກໍານົດເວລາ ແລະ ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍພາຍໃນດ່ານ.

ພາຍຫຼັງທີ່ໄດ້ສໍາເລັດການເຄື່ອນໄຫວຕິດຕາມ,ກວດກາພາຍໃນດ່ານດັ່ງກ່າວແລ້ວທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີພ້ອມຄະນະກໍ່ໄດ້ສືບຕໍ່ເດີນທາງໄປປະຕິບັດພາລະກິດຢູ່ແຂວງສະຫວັນນະເຂດໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນພ້ອມດ້ວຍຄະນະນໍາຂອງແຂວງ ແລະ ການນໍາເມືອງບົວລະພາຮ່ວມສົ່ງທ່ານນາຍົກລັດຖະມົນຕີພ້ອມຄະນະໃນຄັ້ງນີ້ດ້ວຍ.

ທີ່ມາ: MediaLAOS

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...