spot_img
Homeຂ່າວຕ່າງປະເທດຕັດຂາດກັບ Miss Universe ອິນໂດເນເຊຍ ພາຍຫຼັງມີຂ່າວການລ່ວງລະເມີດທາງເພດ

ຕັດຂາດກັບ Miss Universe ອິນໂດເນເຊຍ ພາຍຫຼັງມີຂ່າວການລ່ວງລະເມີດທາງເພດ

Published on

ອົງກອນ Miss Universe ຕັດຂາດກັບ Miss Universe ອິນໂດເນເຊຍ ພາຍຫຼັງທີ່ຜູ້ເຂົ້າປະກວດຫຼາຍຄົນກ່າວຫາວ່າ ເກີດການລ່ວງລະເມີດທາງເພດ ກ່ອນພິທີມອບມົງກຸດໃນການປະກວດທີ່ນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ.

ໂດຍຜູ້ເຂົ້າປະກວດກ່າວວ່າ: ຜູ້ເຂົ້າຮອບສຸດທ້າຍຖືກຂໍໃຫ້ແກ້ເຄື່ອງ ເພື່ອກວດຮ່າງກາຍຫາຮອຍບາດໃນຕົນໂຕ ແລະ ບາງຄົນກໍບອກວ່າ ຖືກຖ່າຍພາບເປືອຍ.

ອົງກອນ Miss Universe ເຊິ່ງມິສຳນັກງານຢູ່ໃນສະຫະລັດອາເມຣິກາ ກ່າວວ່າ Miss Universe ອິນໂດເນເຊຍ ບໍ່ໄດ້ປະຕິບັດໜ້າທີ່ຕາມມາດຕະຖານ ຈະລິຍະທຳ ຂອງອົງກອນ ແລະ ຈຳເປັນຕ້ອງໄດ້ຍົກເລີກການປະກວດປີນີ້ໃນມາເລເຊຍ ທີ່ດຳເນີນການໂດຍບໍລິສັດ PT Capella Swastika Karya.

ທາງອົງກອນຍັງກ່າວຕື່ມວ່າ ກຳລັງປະເມີນນະໂຍບາຍ ແລະ ຂັ້ນຕອນເພື່ອຫຼີກລ່ຽງເຫດການທີ່ຄ້າຍຄືກັນ ແລະ ກ່າວວ່າ ບໍ່ມີຂໍ້ກຳນົດດ້ານການວັດແທກຂະໜາດຂອງຮ່າງກາຍໃນການເຂົ້າຮ່ວມການປະກວດທົ່ວໂລກ.

ແຫຼ່ງຂ່າວ theguardian

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...