Homeຂ່າວຕ່າງປະເທດໄຟປ່າເຜົາຮາວາຍ ເສຍຊີວິດເກືອບ 100 ຄົນ

ໄຟປ່າເຜົາຮາວາຍ ເສຍຊີວິດເກືອບ 100 ຄົນ

Published on

ອີງຕາມ ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ສິງຫາ 2023 ຜ່ານມາ, ໄດ້ເກີດເຫດໄຟປ່າລາມເປັນວົງກວ້າງ ຢູ່ເທິງເກາະເມົາວີ ລັດຮາວາຍ ປະເທດສະຫະລັດອາເມລິກາ, ນັກທ່ອງທ່ຽວຈຳນວນຫຼາຍຕ່າງກໍພາກັນບໍພໍໃຈເຈົ້າໜ້າທີ່ທາງການວ່າບໍ່ມີການແຈ້ງເຕືອນໄພໄຟປ່າ ເພື່ອໃຫ້ປະຊາຊົນອົບພະຍົບອອກຈາກພຶ້ນທີ່.

ໄຟປ່າໄດ້ລາມເຂົ້າໃນເມືອງ ໄດ້ເຜົາໄໝ້ສິ່ງປູກສ້າງເຊັ່ນອາຄານບ້ານເຮືອນ ຈົນເສຍຫາຍໜັກ ແລະ ມີຄົນເສຍຊີວິດຢ່າງນ້ອຍ 93 ຄົນ ເມື່ອວັນເສົາ 12 ສິງຫາ 2023 ທີ່ຜ່ານມາ, ຈົນເປັນເຫດໄຟປ່າທີ່ເຮັດໃຫ້ມີຜູ້ຄົນເສຍຊີວິດຫຼາຍທີ່ສຸດໃນຮອບ 100 ປີ.

ເຈົ້າໜ້າທີ່ລັດຮາວາຍກ່າວວ່າ: ກຳລັງເລັ່ງຄົ້ນຫາຜູ້ເຄາະຮ້າຍທີ່ເສຍຊີວິດໃນຊາກອາຄານ ບ້ານເຮືອນທີ່ໄຟປ່າໄດ້ລາມມາຮອດເມືອງລາໄຮນາ ເທິງເກາະເມົາລີ ເປັນເມືອງທ່ອງທ່ຽວທີ່ມີປະຊາຊົນອາໄສກວ່າ 12,000 ຄົນ ຕາມການລາຍງານຂອງໜ່ວຍງານຈັດການສະຖານະການສຸກເສີນຂອງສະຫະລັດ ຄາດຄວາມເສີຍຫາຍຈາກໄພພິບັດໄຟປ່າສູງເຖິງ 5,500 ລ້ານໂດລາ ໂດຍມີອາຄານ, ຮ້ານອາຫານ, ໂຮງແຮມ, ລີສອດ ຖືກເຜົາໄໝ້ເປັນຂີ້ເຖົ່າກວ່າ 2000 ແຫ່ງ ແລະ ປະຊາຊົນຫຼາຍພັນຄົນບໍ່ມີທີ່ຢູ່.

ອ້າງອີງ: ໄທລັດ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...