spot_img
Homeຂ່າວພາຍ​ໃນເຊັນສັນຍາກໍ່ສ້າງທາງປູຢາງ 2 ຊັ້ນ ແຕ່ເມືອງປາກທາຫາເມືອງຜາອຸດົມ

ເຊັນສັນຍາກໍ່ສ້າງທາງປູຢາງ 2 ຊັ້ນ ແຕ່ເມືອງປາກທາຫາເມືອງຜາອຸດົມ

Published on

ພິທີເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການທາງປູຢາງ 2 ຊັ້ນ ແຕ່ເມືອງປາກທາ ຫາ ເມືອງຜາອຸດົມ ແຂວງບໍ່ແກ້ວ ຄວາມຍາວ 30,25 ກິໂລແມັດ ໃນມູນຄ່າ 113 ຕື້ກວ່າກີບ ລະຫວ່າງ ກົມຂົວທາງກະຊວງໂຍທາທິການ ແລະ ຂົນສົ່ງ ກັບກຸ່ມບໍລິສັດທະວີໂຊກ ພັດທະນາ ຈໍາກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 10 ສິງຫາ 2023 ທີ່ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍ່ແກ້ວ.

ໂດຍມີ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ລັນ ແສງອາພອນ ຮອງລັດຖະມົນກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຄໍາພັດ ພົມມະສິງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການທາງປູຢາງ 2 ຊັ້ນ ແຕ່ເມືອງປາກທາ ຫາ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດ ແຕ່ເດືອນສິງຫາ 2017 ເປັນຕົ້ນມາ ຈົນຮອດທ້າຍປີ 2019 ຍ້ອນສາເຫດສະພາບເສດຖະກິດທີ່ຝືດເຄືອງ ແລະ ສະພາບການລະບາດຂອງພະຍາດໂຄວິດ-19 ການຈັດຕັ້ງປະຕິບັດໂຄງການຈຶ່ງໄດ້ໂຈະໄວ້ຊົ່ວຄາວ ແລະ ມີຄວາມຄືບໜ້າ 49,18%. ມາຮອດປັດຈຸບັນ, ຍ້ອນການຜັກດັນ ລະຫວ່າງ ການນໍາທຸກຂັ້ນຂອງແຂວງ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມທັງບັນດາກະຊວງທີ່ກ່ຽວຂ້ອງ ກໍຄື ລັດຖະບານ ຈຶ່ງໄດ້ຊຸກຍູ້ໃຫ້ໂຄງການ ໄດ້ສາມາດສືບຕໍ່ຈັດຕັ້ງປະຕິບັດ ແລະ ຈະເລີ່ມຕົ້ນຈັດຕັ້ງປະຕິບັດ ແຕ່ເດືອນກັນຍາ 2023 ນີ້ ເປັນຕົ້ນໄປ, ໄລຍະການຮັບເໝົາກໍ່ສ້າງ 24 ເດືອນ ໂດຍບັນດາໜ້າວຽກທີ່ຈະສືບຕໍ່ກໍ່ສ້າງມີ: ປັບໜ້າດິນ, ລະເບີດຫີນບາງຈຸດ, ວາງທໍ່ກົມ, ທໍ່ຫຼ່ຽມ ທີ່ຂ້າມຫ້ວຍນໍ້າ, ວຽກກໍ່ສ້າງຄອງລະບາຍນໍ້າ, ກໍ່ສ້າງຊັ້ນຍົກລະດັບ, ຊັ້ນຮອງພື້ນທາງ, ປູຢາງ 2 ຊັ້ນ ແລະ ວຽກຕົບແຕ່ງທາງລວມທັງປ້າຍຈະລາຈອນຕ່າງໆ.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...