Homeຂ່າວພາຍ​ໃນກອງປະຊຸມຊີ້ແຈງຕໍ່ສື່ມວນຊົນກ່ຽວກັບຂະບວນການໃຫ້ວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ໂຄວິດ-19 ໃນໂຮງຮຽນທົ່ວປະເທດ

ກອງປະຊຸມຊີ້ແຈງຕໍ່ສື່ມວນຊົນກ່ຽວກັບຂະບວນການໃຫ້ວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ໂຄວິດ-19 ໃນໂຮງຮຽນທົ່ວປະເທດ

Published on

ກອງປະຊຸມຊີ້ແຈງໃຫ້ຄວາມກະຈ່າງແຈ້ງຕໍ່ສື່ມວນຊົນກ່ຽວກັບຂະບວນການໃຫ້ວັກຊິນປ້ອງກັນມະເຮັງປາກມົດ ລູກ ແລະ ໂຄວິດ-19 ໃນໂຮງຮຽນທົ່ວປະເທດໄດ້ຈັດຂຶ້ນໃນວັນທີ 8 ສິງຫາ ນີ້ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍມີ ທ່ານນາງ ດາວດວງຈັນ ບູລົມມະວົງ ຮອງຫົວໜ້າຫ້ອງການກະຊວງສາທາລະນະສຸກ, ມີທ່ານ ບັນດິດ ຊຸມພົນພັກດີ ຫົວໜ້າສູນສຸຂະພາບແມ່ ແລະ ເດັກ ກະຊວງສາທາລະນະສຸກ, ທ່ານ ຢູນັດ ຫົວໜ້າພະແນກສາທາລະນະສຸກປະຈຳອົງການອຸຍນີເຊັບ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເດັກຍິງ ແລະ ໄວໜຸ່ມທຸກຄົນ ອາຍຸລະຫວ່າງ 10 ຫາລຸ່ມ 17 ປີ ຈະໄດ້ຮັບການປ້ອງກັນຈາກໄວຣັດສ໌ HPV -ຊຶ່ງເປັນສາເຫດຫຼັກທີ່ພາໃຫ້ເກີດ ມະເຮັງປາກມົດລູກ ໃນຂະບວນການສັກວັກຊີນກັນ ມະເຮັງປາກມົດລູກ ຢູ່ໃນໂຮງຮຽນຂອງທຸກແຫ່ງໃນ ສປປ ລາວ ຊ່ວງເດືອນ ກັນຍາປີ 2023.

ມະເຮັງປາກມົດລູກເປັນ ມະເຮັງທີ່ພົບເຫັນຫຼາຍທີ່ສຸດເປັນອັນດັບສອງ ສໍາລັບມະເຮັງທີ່ເກີດໃນແມ່ຍິງ ໃນ ສປປ ລາວ ແລະ ມະເຮັງປາກມົດລູກ 99.7% ແມ່ນເກີດຈາກເຊື້ອໄວຣັດສ໌ HPV. ເພື່ອແກ້ໄຂບັນຫາດັ່ງກ່າວ, ລັດຖະບານແຫ່ງ ສປປ ລາວ ໄດ້ຮັບການສະໜັບສະໜູນຈາກກອງທຶນກາວີ ໂດຍຜ່ານອົງການອະນາໄມໂລກ ແລະ ອົງການ ຢູນິເຊັບ ໄດ້ນຳເຂົ້າວັກຊີນກັນມະເຮັງປາກມົດລູກ ແລະ ໃຫ້ບໍລິການທົ່ວປະເທດເລິ່ມແຕ່ປີ 2020 ຊຶ່ງຄວາມຄືບໜ້າຂອງຂະບວນການດັ່ງກ່າວຄືເດັກຍິງ ອາຍຸ 12-16 ປີ ຫຼາຍກວ່າ 90% ໃນ ສປປ ລາວ ໄດ້ຮັບວັກຊີນກັນມະເຮັງປາກມົດລູກແລ້ວຢ່າງໜ້ອຍໜຶ່ງຄັ້ງ.

ທ່ານ ດຣ ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກໄດ້ ກ່າວວ່າ: “ ຂະບວນການໃຫ້ວັກຊີນຄັ້ງນີ້ ເປັນຂີດໝາຍອັນໜຶ່ງ ໃນການສົ່ງເສີມສຸຂະພາບຂອງເດັກຍິງ ແລະ ໄວໜຸ່ມ ໃນ ສປປ ລາວ. ວັກຊີນ ຊະນິດນີ້ ສາມາດປ້ອງກັນເດັກຍິງຈາກ ມະເຮັງປາກມົດລູກ ແລະ ຂ້ອຍຮູ້ສຶກພູມໃຈ ທີ່ໄດ້ເຫັນເດັກຍິງ ແລະ ໄວໜຸ່ມລາວ ໄດ້ຮັບວັກຊີນກັນມະເຮັງປາກມົດລູກ ໃນສາມປີຜ່ານມາ.”

“ວັກຊີນກັນມະເຮັງປາກມົດລູກສາມາດປ້ອງກັນເດັກຍິງຈາກພະຍາດຮ້າຍໄດ້. ວັກຊີນກັນມະເຮັງປາກມົດລູກແມ່ນໃຫ້ບໍລິການໂດຍບໍ່ເສຍຄ່າ ສໍາລັບເດັກຍິງທຸກຄົນທີ່ມີິອາຍຸລະຫວ່າງ 10 ຫາລຸ່ມ 17 ປີ. ວັກຊີນຊະນິດນີ້ປອດໄພ, ມີປະສິດທິພາບສູງ, ສາມາດປົກປ້ອງເດັກຍິງຈາກມະເຮັງປາກມົດລູກຊຶ່ງເປັນພະຍາດທີ່ເປັນອັນຕະລາຍແກ່ຊີວິດໄດ້” – ທ່ານ ດຣ ສຸລິຍາ ຈັນນາວົງ, ຮັກສາການຫົວໜ້າທີມວັກຊີນ, ອົງການອະນາໄມໂລກ ປະຈຳ ສປປ ລາວ.

“ເດັກຍິງທຸກຄົນທີ່ມີອາຍຸລະຫວ່າງ 10 ຫາລຸ່ມ 17 ປີຕ້ອງໄດ້ຮັບວັກຊີນກັນມະເຮັງປາກມົດລູກສອງຄັ້ງສຳລັບໃນປີ 2023. ວັກຊີນເຫຼົ່ານີ້ປອດໄພ ແລະ ມີປະສິດທິພາບ ພ້ອມດຽວກັນນັ້ນວັກຊີນກັນມະເຮັງປາກມົດລູກ ຍັງສາມາດສັກພ້ອມກັບວັກຊີນໂຄວິດ-19 ໄດ້”- ທ່ານ ດຣ. Mohammed Yunus.

ເດັກຍິງອາຍຸ 10 ຫາລຸ່ມ 17 ປີ ທຸກຄົນສາມາດໄປຮັບ ວັກຊີນກັນມະເຮັງປາກມົດລູກໄດ້ ທີ່ ໂຮງຮຽນ ແລະ ໃນສະຖານທີ່ບໍລິການສາທາລະນະສຸກ ທີ່ໃກ້ບ້ານທ່ານ ວັກຊີນກັນ ມະເຮັງປາກມົດລູກ ມີໃຫ້ບໍລິການໃນຂອບເຂດທົ່ວປະເທດ.

ວັກຊີນດັ່ງກ່າວໄດ້ຮັບທຶນສະໜັບສະໜູນຈາກກອງທືນກາວີ, ອົງການອະນາໄມໂລກ, ອົງການຢູນິເຊັບ ໂດຍຮ່ວມກັບກະຊວງສາທາລະນະສຸກ ແລະ ກະຊວງສຶກສາທິການ ແລະ ກິລາໃນການໃຫ້ບໍລິການ ໂດຍເຊື່ອມສານກັບການສັກວັກຊີນໂຄວິດ-19.

ລັດຖະບານແຫ່ງ ສປປ ລາວ ຊ່ວຍປົກປ້ອງໄວໜຸ່ມ ແລະ ເດັກຍິງລຸ້ນຕໍ່ໄປຈາກການເປັນມະເຮັງປາກມົດລູກ ໂດຍ ການໃຫ້ບໍລິການວັກຊີນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...