spot_img
Homeຂ່າວການຊ່ວຍເຫຼືອຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູງກາງ ມອບເຄື່ອງອຸປະໂພກ-ບໍລິໂພກ ຊ່ວຍເຫຼືອປະຊາຊົນຈາກໄພນໍ້າຖ້ວມ 3 ແຂວງ

ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູງກາງ ມອບເຄື່ອງອຸປະໂພກ-ບໍລິໂພກ ຊ່ວຍເຫຼືອປະຊາຊົນຈາກໄພນໍ້າຖ້ວມ 3 ແຂວງ

Published on

ໃນຕອນບາຍຂອງວັນທີ 06 ສິງຫາ 2023 ຜ່ານມາ, ທີ່ສາງຫຼັກ 17 ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ບ້ານດົງໝາກຄາຍ ເມືອງໄຊທານີ, ທາງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູງກາງ ຕາງໜ້າໂດຍ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈໍາການ ຄະນະກຳມະການຄຸ້ມຄອງໄພ ພິບັດຂັ້ນສູນກາງ ພ້ອມດ້ວຍຫົວໜ້າກອງເລຂາ ຄະນະກຳມະການ ພສ ແລະ ຄະນະ ຈັດສົ່ງເຄື່ອງອຸປະໂພກ-ບໍລິໂພກ ຈໍານວນໜຶ່ງ ລວມມູນຄ່າທັງໝົດ 573.927.000 ກີບ ເພື່ອນໍາສົ່ງຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ 03 ແຂວງຄື ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ ແລະ ແຂວງ ສະຫວັນນະເຂດໂດຍ ເຊິ່ງໄດ້ຮັບການສະໜັບສະໜູນທາງດ້ານກໍາລັງ ແລະ ພາຫະນະຂົນສົ່ງຈາກກະຊວງປ້ອງກັນປະເທດ. ເຊິ່ງລາຍລະອຽດເຄື່ອງຊ່ວຍເຫຼືອ ມີດັ່ງນີ້:

1. ແຂວງ ຄໍາມ່ວນ: ເຂົ້າກິນ ຈໍານວນ 10 ໂຕນ; ເຄື່ອງໃຊ້ຄົວເຮືອນ 20 ແກັດ, ເຄື່ອງສຸຂະອານາໄມ 10 ແກັດ, ມຸ້ງ 30 ດາງ, ສາດຢາງ 30 ຜືນ ລວມມູນຄ່າ 173.740.000 ກີບ;
2. ແຂວງ ສະຫວັນນະເຂດ: ເຂົ້າກິນ ຈໍານວນ 15 ໂຕນ; ເຄື່ອງໃຊ້ຄົວເຮືອນ 30 ແກັດ, ເຄື່ອງສຸຂະອານາໄມ 10 ແກັດ, ມຸ້ງ 50 ດາງ, ສາດຢາງ 50 ຜືນ ລວມມູນຄ່າ 258.995.000 ກີບ
3. ແຂວງບໍລິຄຳໄຊ: ເຂົ້າກິນ ຈໍານວນ 8 ໂຕນ; ເຄື່ອງໃຊ້ຄົວເຮືອນ 10 ແກັດ, ເຄື່ອງສຸຂະອານາໄມ 9 ແກັດ, ມຸ້ງ 20 ດາງ, ສາດຢາງ 30 ຜືນ ລວມມູນຄ່າ 141.192.000 ກີບ

ໂດຍ ໃນຕົ້ນປີຜ່ານມາ ທາງ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ ມີການຈັດສົ່ງເຄື່ອງ
ຊ່ວຍເຫຼືອບັນເທົາທຸກ ມອບໃຫ້ບັນດາພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງໃນຂອບເຂດທົ່ວປະເທດ ເພື່ອກຽມພ້ອມຮອງຮັບແກ້ໄຂສຸກເສີນຖ້າມີເຫດການໄພພິບັດເກີດຂື້້ນໃນແຂວງ ແລະ ໃນຄັ້ງນີ້ ແມ່ນເປັນການນໍາສົ່ງເຄື່ອງຊ່ວຍເຫຼືອຕອບໂຕ້ສຸກເສີນ ເພື່ອສົມທົບໃຫ້ແກ່ບັນດາແຂວງທີ່ໄດ້ຜົນກະທົບຈາກໄພພິບັດນໍ້າຖ້ວມ.
ພ້ອມນີ້ຈະໄດ້ສືບຕໍ່ປະສານສົມທົບກັບບັນດາແຂວງຕ່າງໆ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເພື່ອໃຫ້ການຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະ ໃຫ້ກັບຄືນສູ່ສະພາບປົກະຕິໂດຍໄວ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...