spot_img
Homeຂ່າວຄາດຕະກຳປກສ ເມືອງ ພີນ ແຂວງສະຫວັນນະເຂດ ກັກຕົວພວກກໍ່ເຫດ 4 ຄົນ ຄະດີພະຍາຍາມຄາດຕະກຳ

ປກສ ເມືອງ ພີນ ແຂວງສະຫວັນນະເຂດ ກັກຕົວພວກກໍ່ເຫດ 4 ຄົນ ຄະດີພະຍາຍາມຄາດຕະກຳ

Published on

ກອງບັນຊາການ ປກສ ເມືອງພີນ ແຂວງສະຫວັນນະເຂດ ກັກຕົວພວກກໍ່ເຫດ 4 ຄົນ ທີ່ພະຍາຍາມຄາດຕະກຳ ພວກໄວລຸ້ນ ບ້ານກາຍ່ອງ ແລະ ບ້ານໂນນ ເລກ 9 ເມືອງພີນ ຄື:

  1. ຊື່ທ້າວ ສຸກສະຫວັນ (ສຸກ) ອາຍຸ 18 ປີ ອາຊີບເຮັດນາ ບ້ານອາລວຍ
  2. ທ້າວ ແຈັກກີ້ ອາຍຸ 15 ປີ ອາຊີບນັກຮຽນ ບ້ານ ອາລວຍ
  3. ທ້າວ ແມັກ (ພົງສະຫວັດ) ອາຍຸ 15ປີ ບ້ານ ອາລວຍ
  4. ທ້າວ ແມນ ອາຍຸ 17 ປີ ອາຊີບ ເຮັດນາ ບ້ານສີບຸນເຮືອງ ທັງ 4 ຄົນ ແມ່ນຢູ່ເມືອງພີນ ແຂວງສະຫວັນນະເຂດ, ພ້ອມຂອງກາງທີ່ນໍາໃຊ້ເຂົ້າໃນການກໍ່ເຫດ ມີອາວຸດປືນແກັບປະດິດ ຍາວປະມານ27 ຊັງຕີແມັດ.

ພັທ ສົມພົງ ໄຊໂກສີ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ພີນ ໃຫ້ຮູ້ວ່າ:

ໃນຄັ້ງທີໜຶ່ງ ວັນທີ 28 ມີຖຸນາ2023 ທີ່ຜ່ານມາວ່າ: ໄດ້ມີເກີດເຫດການຄົນອາລະວາດໃຊ້ອາວຸດປືນແກັບຍິງກັນ ຢູ່ຂອບເຂດຂົວເຊທ່າມວກ ເມືອງພີນ ແຂວງສະຫວັນນະເຂດ, ເມື່ອໄດ້ຮັບການລາຍງານ ກໍລົງກວດກາສະຖານທີ່ເກີດເຫດຕົວຈິງ ຈຶ່ງຮູ້ວ່າຢູ່ຈຸດດັ່ງກ່າວ ມີມູນຄວາມຈິງແທ້ ເຊິ່ງມີຜູ້ໄດ້ຮັບບາດເຈັບ ຖືກລູກປືນຍິງເຂົ້າບໍລິເວນຫຼັງ ແລະ ຕົນຕົວຈໍານວນ 7 ລູກ, ຊື່ທ້າວ ໂລ່ຍ ອາຍຸ 16 ປີ ອາຊີບ ເຮັດນາ ບ້ານກາຍ່ອງ ເມືອງພີນ ແຂວງສະຫວັນນະເຂດ.

ຄັ້ງທີສອງ ໃນວັນທີ 15 ກໍລະກົດ 2023: ໄດ້ມີເຫດການຍິງກັນອີກຢູ່ຂອບເຂດ ຂົວເຊທາມວກ ເມືອງພີນ ຜູ້ໄດ້ຮັບບາດເຈັບຄື: ທ້າວ ໂອ ອາຍຸ 22 ປີ ອາຊີບ ເຮັດນາ ບ້ານ ໂນນເລກ 9, ຖືກລູກປືນຍິງເຂົ້າບໍລິເວນຫຼັງ ແລະ ຕົນຕົວຈຳນວນ 14 ລູກ, ແລ້ວນໍາສົ່ງໂຮງໝໍເມືອງພີນ, ຈາກນັ້ນເຈົ້າໜ້າທີ່ວິຊາສະເພາະຈື່ງໄດ້ເກັບກໍາຂໍ້ມູນ ຂຶ້ນບັນຊີເປົ້າໝາຍ ເພື່ອຕິດຕາມນໍາໂຕ ພວກເຫດທັງສອງຄັ້ງມາດໍາເນີນຄະດີ.

ຈົນຮອດ ວັນທີ15 ກໍລະກົດ 2023 ຈິ່ງສາມາດກັກຕົວເປົ້າໝາຍສົ່ງໃສໄດ້ 1 ຄົນຄື ທ້າວ ສຸກສະຫວັນ(ສຸກ) ຜ່ານການ ສືບສວນ-ສອບສວນ ຜູ້ກ່ຽວໃຫ້ການວ່າ: ຜູ້ລົງມືກໍ່ເຫດຍິງແມ່ນທ້າວ ແຈກກີ້, ຈາກນັ້ນ ທາງເຈົ້າໜ້າທີ່ວິຊາສະເພາະ ກໍ່ໄດ້ລົງຕິດຕາມ ແລະ ກັກຕົວ ທ້າວແຈກກີ້ ໄດ້ພາຍໃນວັນດຽວກັນ.

ຜ່ານການສືບສວນ-ສອບສວນ ທ້າວແຈກກີ້ ໃຫ້ການວ່າ: ໄດ້ຮ່ວມກັນກັບທ້າວ ແມັກ(ພົງສະຫວັດ) ແລະ ທ້າວ ແມນ ເປັນຜູ້ກໍ່ເຫດຍິງ ທ້າວໂລ່ຍ ເຊິ່ງພວກກ່ຽວທັງ 4 ຄົນ ໄດ້ໃຫ້ການຮັບສາລະພາບວ່າເປັນສ່ຽວດ່ຽວກັນ ໄດ້ຮ່ວມກັນກໍ່ເຫດໄຊ້ອາວຸດປືນແກັບປະດິດ ຍາວປະມານ 27 ຊັງຕີແມັດ ຍິງໃສ່ໄວລຸ້ນ ບ້ານ ໂນນເລກ 9 ແລະ ໄວລຸ້ນບ້ານ ກາຢ໋ອງແທ້, ສ່ວນ ທ້າວ ພິນ ປັດຈຸບັນແມ່ນທາງເຈົ້າໜ້າທີ່ກຳລັງຕິດຕາມຂຶ້ນແຜນໄລ່ຈັບເພື່ອນຳຕົວຜູ່ກ່ຽວມາດຳເນີນຄະດີ.

ປັດຈຸບັນຕໍ່ກັບຄະດີດັ່ງກ່າວ ທາງເຈົ້າໜ້າທີ່ ຍັງປະກອບສໍານວນຄະດີ ສົ່ງໄອຍາການ ຟ້ອງສານຕັດສິນດໍາເນີນຄະດີຕາມລະບຽບກົດໝາຍ.

ແຫຼ່ງຂ່າວ ປກສ ສະຫວັນນະເຂດ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...