Homeຂ່າວພາຍ​ໃນເຕືອນປະຊາຊົນລະວັງ! ລະດັບນໍ້າມ່າຈະເພີ່ມຂຶ້ນຍ້ອນຫວຽດນາມປ່ອຍນໍ້າອອກເຂື່ອນ

ເຕືອນປະຊາຊົນລະວັງ! ລະດັບນໍ້າມ່າຈະເພີ່ມຂຶ້ນຍ້ອນຫວຽດນາມປ່ອຍນໍ້າອອກເຂື່ອນ

Published on

ຫ້ອງວ່າການເມືອງຊຽງຄໍ້ ແຂວງຫົວພັນ ແຈ້ງການເຖິງປະຊາຊົນທີ່ຢູ່ລຽບຕາມສາຍນໍ້າມ່າ ຈະມີການປ່ອຍນໍ້າອອກເຂື່ອນໄຟຟ້າເມືອງຮຸ່ງ ແຂວງເຊີນລາ ສສ ຫວຽດນາມ.

 ເນື່ອງຈາກວ່າໃນຊ່ວງໄລຍະນີ້ມີຝົນຕົກຢ່າງຕໍ່ເນື່ອງ ເຮັດໃຫ້ນໍ້າໄຫຼເຂົ້າອ່າງເກັບນໍ້າຂອງເຂື່ອນເມືອງຮຸ່ງ ແຂວງເຊີນລາ ສສ ຫວຽດນາມ ພວມເພີ່ມຂຶ້ນ. ປັດຈຸບັນ ແມ່ນກໍາລັງປ່ອຍນໍ້າອອກເຂື່ອນໄຟຟ້າເປັນຈໍານວນຫຼາຍກວ່າປົກກະຕິ ເຊິ່ງຈະເຮັດໃຫ້ປະລິມານນໍ້າມ່າເພີ່ມຂຶ້ນ. ສະນັ້ນ, ຈິ່ງແຈ້ງໃຫ້ທຸກພາກສ່ວນ ແລະ ບ້ານທີ່ຢູ່ລຽບຕາມສາຍນໍ້າມ່າໃຫ້ມີສະຕິ ແລະ ເຝົ້າລະວັງ.

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ມຽນມາ ປະຈຳລາວ ເຂົ້າຢ້ຽມຂ່ຳນັບ

ໃນຕອນເຊົ້າວັນທີ 07 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ອ່ອງ ໂກ (Aung...

ສສຊ ສະເໜີໃຫ້ລັດຖະບານ ພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງສຸດ

ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ...

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳລາວ

ໃນຕອນແລງຂອງວັນທີ 05 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ,...