Homeຂ່າວພາຍ​ໃນເຈົ້າແຂວງຄໍາມ່ວນ ລົງຕິດຕາມ ສະພາບນໍ້າຖ້ວມ ເຂດບໍ່ໂພນຕິ້ວ

ເຈົ້າແຂວງຄໍາມ່ວນ ລົງຕິດຕາມ ສະພາບນໍ້າຖ້ວມ ເຂດບໍ່ໂພນຕິ້ວ

Published on

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ວັນທີ 3 ສິງຫາ 2023 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ບັນດາພະແນກການຂັ້ນແຂວງ ໂດຍຮ່ວມກັບອໍານາດການປົກຄອງ ເມືອງຫີນບູນ ໄດ້ເຄື່ອນໄຫວຕິດຕາມສະພາບຜົນກະທົບ ຈາກໄພນໍ້າຖ້ວມ ຢູ່ເຂດບໍ່ໂພນຕິ້ວ ເຊິ່ງເປັນເຂດທໍາອິດຂອງເມືອງຫີນບູນ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ.

ເນື່ອງຈາກຝົນຕົກຕໍ່ເນື່ອງເປັນເວລາຫລາຍວັນ ໄດ້ເຮັດໃຫ້ນໍ້າປ່າໄຫລລົງສູ່ຫ້ວຍນໍ້າປະແທນ ເພີ່ມປະລິມານຈໍານວນຫລາຍ ເຮັດໃຫ້ ລະດັບນໍ້າເພີ່ມຂຶ້ນຢ່າງໄວວາ ໄຫລຖ້ວມບ້ານເຮືອນປະຊາຊົນ ສ້າງຜົນເສຍຫາຍທາງດ້ານວັດຖຸ, ຊັບສິນ ໃຫ້ແກ່ຄອບຄົວຂອງພໍ່ແມ່ປະຊາຊົນ ເປັນຈໍານວນຫລາຍ ໂດຍສະເພາະ ບ້ານເຮືອນທີ່ຕັ້ງລຽບແຄມຫ້ວຍນໍ້າປະແທນ ຖືກນໍ້າເຊາະເຈື່ອນ, ນໍ້າຖ້ວມຂັງຈໍານວນຫລາຍຫລັງ, ເສັ້ນທາງຄົມມະນາຄົມໄປມາຫາສູ່ ລະຫວ່າງບ້ານ ຖືກຕັດຂາດບໍ່ສາມາດສັນຈອນໄດ້, ລວມເຖິງລະບົບໄຟຟ້າກໍຖືກປິດການບໍລິການ, ຕະຫລອດຮອດພື້ນທີ່ທໍາການຜະລິດຂອງປະຊາຊົນ ເຊິ່ງຈຸດທີ່ຖ້ວມຫລາຍກວ່າໝູ່ ປະກອບມີ: ບ້ານມ່ວງໄຂ່, ບ້ານ ນາຄໍາ ແລະ ບ້ານນ້ອຍ.

 

ຕໍ່ຜົນກະທົບດັ່ງກ່າວ, ທ່ານເຈົ້າແຂວງຄໍາມ່ວນ ກໍໄດ້ສະເໜີມາຍັງຄະນະການນໍາຂອງເມືອງຫີນບູນ ຈົ່ງໄດ້ເອົາໃຈໃສ່ປະສານສົມທົບກັບທຸກພາກສ່ວນ, ທຸກຂະແໜງການຂອງເມືອງ ແລະ ຄະນະການຈັດຕັ້ງບ້ານທີ່ໄດ້ຮັບຜົນກະທົບ ຈົ່ງໄດ້ຮ່ວມກັນເຝົ້າລະວັງຕິດຕາມຢ່າງໃກ້ຊິດ ແລະ ກະກຽມພາຫະນະ, ອຸປະກອນ ລວມທັງກໍາລັງຄົນ, ເພື່ອຊ່ວຍເຫລືອປະຊາຊົນ ໃຫ້ທ່ວງທັນ, ໃນໂອກາດຕິດຕາມສະພາບຜົນກະທົບນໍ້າຖ້ວມຄັ້ງນີ້ ທ່ານ ຍັງໄດ້ນໍາເອົາ ເຄື່ອງບໍລິໂພກ ທີ່ປະກອບມີ: ນໍ້າດື່ມ, ປ໋ອງປາ ແລະ ໝີ່ສໍາເລັດຮູບ ລວມມູນຄ່າທັງໝົດ 19 ລ້ານກວ່າກີບ ໄປມອບໃຫ້ການຈັດຕັ້ງບ້ານທີ່ໄດ້ຮັບຜົນກະທົບ ເພື່ອນໍາໄປແຈກຢາຍ ຊ່ວຍເຫລືອຄອບຄົວປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເພື່ອເປັນການແກ້ໄຂ ບັນເທົາທຸກ ໃນເບື້ອງຕົ້ນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...