spot_img
Homeຂ່າວພະຍາກອນອາກາດແຂວງຄໍາມ່ວນ ອອກແຈ້ງເຕືອນຝົນຕົກໜັກ ແລະ ນໍ້າຖ້ວມ

ແຂວງຄໍາມ່ວນ ອອກແຈ້ງເຕືອນຝົນຕົກໜັກ ແລະ ນໍ້າຖ້ວມ

Published on

ຂະແໜງ ສິ່ງແວດລ້ອມ, ນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ ແຂວງຄໍາມ່ວນ ອອກແຈ້ງເຕືອນຝົນຕົກໜັກ ແລະ ນໍ້າຖ້ວມ ປະຈໍາວັນທີ 01 ສິງຫາ 2023.

ເນື່ອງຈາກວ່າ: ໄດ້ມີຝົນຕົກຕິດຕໍ່ກັນຫຼາຍວັນ ຢູ່ເຂດແຂວງພາກກາງ ລົງຫາ ພາກໃຕ້, ຊຶ່ງຮັດໃຫ້ແມ່ນໍ້າສາຂາໄດ້ເພີ່ມຂຶ້ນ ຢ່າງວ່ອງໄວ. ໂດຍສະເພາະແມ່ນລະດັບນໍ້າຢູ່ສະຖານີວັດແທກ ບ້ານທ່າແຄນ (ນໍ້າປະກັນ) ນໍ້າໄດ້ຂຶ້ນກາຍເຂດເຕືອນໄພແລ້ວ, ເຂດເຕືອນໄພ ແມ່ນ 10.00ແມັດ, ເຂດອັນຕະລາຍແມ່ນ 11.00ແມັດ ແລະ ນໍ້າຫີນບູນ ເຂດເຕືອນໄພ ແມ່ນ 9.00ແມັດ, ເຂດອັນຕະລາຍແມ່ນ 10.00ແມັດ. ແລະ ຍັງຈະມີຝົນຕົກໃນລະດັບປານກາງ ຫາ ຕົກຫນັກ ຢູ່ທ້ອງຖິ່ນແຂວງ ພາກກາງ ແລະ ພາກໃຕ້ຕື່ມອີກ.

ດັ່ງນັ້ນ ຈິ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ ໃນແຂວງຄໍາມ່ວນ ເປັນຕົ້ນ: ໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມຮ່ອມພູ, ເຂດທີ່ມີຄວາມສ່ຽງໄພ, ເຂດຍອດນໍ້າ, ເຂດທີ່ຢູ່ອາໄສຕາມລຽບຕີນພູ ຫຼື ເຂດທີ່ມີຄວາມສ່ຽງເກີດນໍ້າຖ້ວມ ອ່າງຮັບນໍ້າເຊບັ້ງໄຟ, ອ່າງຮັບນໍ້າຫີນບູນ ແລະ ແມ່ນໍ້າສາຂາອື່ນໆ ໃຫ້ມີສະຕິລະວັງຕໍ່ສະພາບ ຝົນຕົກໜັກ ທີ່ຈະເຮັດໃຫ້ມີນໍ້າຖ້ວມອັ່ງ ແລະ ນໍ້າຖ້ວມຊຸ ທີ່ຈະເກີດຂື້ນໃນໄລຍະ 1-2 ວັນຂ້າງໜ້ານີ້, ພ້ອມນີ້ກໍຂໍໃຫ້ຕິດຕາມ ຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...