spot_img
Homeຂ່າວພາຍ​ໃນແຂວງຊຽງຂວາງ ຊີ້ແຈງກ່ຽວກັບການລົງທຶນເຊົ່າ-ສໍາປະທານ ແຫຼ່ງທ່ອງທ່ຽວທົ່ງໄຫຫີນເຂດ 2 ແລະ ເຂດ 3

ແຂວງຊຽງຂວາງ ຊີ້ແຈງກ່ຽວກັບການລົງທຶນເຊົ່າ-ສໍາປະທານ ແຫຼ່ງທ່ອງທ່ຽວທົ່ງໄຫຫີນເຂດ 2 ແລະ ເຂດ 3

Published on

ທ່ານ ຄຳຜຸຍ ໂນລາ ຫົວໜ້າພະແນກ ແຜນການ ແລະ ການລົງທຶນ ແຂວງຊຽງຂວາງ ຊີ້ແຈງກ່ຽວກັບ ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສຶກສາສໍາຫຼວດຄວາມເປັນໄປໄດ້ໃນການລົງທຶນເຊົ່າ – ສໍາປະທານ ແຫຼ່ງທ່ອງທ່ຽວທົ່ງໄຫຫີນເຂດ 2 ແລະ ເຂດ 3 ໃນຄັ້ງວັນທີ່ 20 ກໍລະກົດ 2023 ຢູ່ທີ່ ພະແນກ ແຜນການ ແລະ ການລົງທືນ ແຂວງຊຽງຂວາງ.

ທ່ານ ຄຳຜຸຍ ໂນລາ ກໍໄດ້ກ່າວວ່າ: ກ່ຽວກັບກໍລະນີດັ່ງກ່າວ ເຮັດໃຫ້ສັງຄົມ ປະຊາຊົນບໍ່ເຂົ້າໃຈກ່ຽວກັບເນື້ອໃນຄວາມໝາຍຂອງບົດບັນທຶກດັ່ງກ່າວ ທີ່ຫຼາຍສື່ສັງຄົມອອນລາຍໄດ້ນຳໄປປັບປຸງບິດເບືອນດັດແກ້ ເຮັດໃຫ້ແຂວງຊຽງຂວາງເສຍພາບພົດ ເສຍມູນເຊື້ອອັນດີງາມຂອງແຂວງ ເຊິ່ງແຂວງຊຽງຂວາງໄດ້ກຳນົດ 3 ບຸລິມະສິດ ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນແຜນການ 5 ປີ ເປັນຕົ້ນແມ່ນ ສົ່ງເສີມການລ້ຽງສັດໃຫຍ່ເປັນບູລິມະສິດທີ 1, ການທ່ອງທ່ຽວ ເປັນບູລິມະສິດທີ 2, ການປຸງແຕ່ງຜົນຜະລິດກະສິກຳ ເປັນບູລິມະສິດທີ 3, ດັ່ງນັ້ນ ເພື່ອເຮັດໃຫ້ປະຊາຊົນ ໄດ້ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງຕໍ່ແນວທາງຂອງແຂວງ ໃນການພັດທະນາເສດຖະກິດ-ສັງຄົມ.

ສະເພາະການພັດທະນາແຫຼ່ງທ່ອງທ່ຽວຢູ່ແຂວງຊຽງຂວາງ ທາງການນຳທຸກຂັ້ນຂອງແຂວງ ກໍໄດ້ເອົາໃຈໃສ່ປຸກລະດົມບັນດາຫ້າງຮ້ານ ວິສະຫະກິດ ປະຊາຊົນ ພາຍໃນແຂວງໃຫ້ມີສ່ວນຮ່ວມນຳກັນໃນການພັດທະນາແຂວງເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ມາທ່ຽວຢູ່ໃນແຂວງຊຽງຂວາງ, ເພື່ອເປັນການສ້າງວຽງເຮັດງານທຳ ແລະ ສ້າງລາຍຮັບແກ່ປະຊາຊົນ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ.

ສຳລັບແຫຼ່ງທ່ອງທ່ຽວທົ່ງໄຫຫີນເຂດ 1, 2, 3 ໄດ້ແບ່ງອອກເປັນ 4 ເຂດ ເພື່ອພັດທະນາຄືດັ່ງນີ້:

ເຂດທີ 1: ແມ່ນເຂດໃຈກາງ ເປັນສະຖານທີ່ຕັ້ງຂອງໄຫຫີນມໍລະດົກໂລກ ເຊິ່ງຕ້ອງຮັກສາສະພາບເດີມໄວ້ ແລະ ບໍ່ໃຫ້ມີການແຕະຕ້ອງ ປຸກສ້າງ ແລະ ປັບປຸງໃດໆ ໃນໂລຍະຜ່ານມາ ແຂວງກໍໄດ້ປະຕິບັດຕາມຂອງອົງການ UNESCO ຢ່າງເຂັ້ມງວດ.

ເຂດທີ 2: ແມ່ນເຂດອ້ອມຮອບເຂດໃຈກາງເຂດທີ 1 ແມ່ນສາມາດໃຫ້ດຳເນີນກິດຈະກຳບາງອັນໄດ້ເພື່ອສົ່ງເສີມຄຸນຄ່າຂອງເຂດທີ 1 ແຕ່ບໍ່ໃຫ້ກໍ່ຄວາມເສຍຫາຍຕໍ່ສະພາບແວດລ້ອມໃນຂອບເຂດນັ້ນ.

ເຂດທີ 3: ເອີ້ນວ່າເຂດກັນຊົນ ເຊິ່ງອະນຸຍາດໃຫ້ມີການກໍ່ສ້າງເພື່ອປ້ອງກັນ ແລະ ຮັບໃຊ້ເຂດທີ 1 ແລະ ເຂດທີ 2 ເພື່ອຮັບຮອງໃຫ້ແກ່ການພັດທະນາແຫຼ່ງທ່ອງທ່ຽວ ແລະ ການຄົມມະນາຄົມຂົນສົ່ງ.

ເຂດທີ 4: ແມ່ນເຂດຄຸ້ມຄອງ ເຊິ່ງສາມາດອະນຸຍາດໃຫ້ມີການປຸກສ້າງທີ່ຢູ່ອາໃສໄດ້ ເພື່ອຮັບໃຊ້ໃຫ້ແກ່ເຂດທີ 1,2,3 ອາດຈະເປັນການຂະຫຍາຍຕົວເມືອງ ເພື່ອຮອງຮັບນັກທ່ອງທ່ຽວທີ່ມາທ່ຽວຊົມ.

ດັ່ງນັ້ນ ເພື່ອເຮັດໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບການພັດທະນາແຫຼ່ງທ່ອງທ່ຽວພາຍໃນແຂວງຊຽງຂວາງ ໂດຍສະເພາະແມ່ນແຫຼ່ງທ່ອງທ່ຽວທົ່ງໄຫຫີນ 4 ເຂດ ນັ້ນກໍຫຼາຍຄວາມວ່າ ອົງການ UNESCO ໄດ້ກຳນົດທົ່ງໄຫຫີນເປັນ 4 ເຂດ ແຕ່ໃຫ້ພັດທະນາບາງອັນຕາມກົດລະບຽບຂອງອົງການ UNESCO ໃນເຂດ 2,3,4.

ຕໍ່ກັບການພັດທະນາເຂດດັ່ງກ່າວ ທ່ານ ນາງ ຈັນນະພາ ວົງສະໝໍລະພູມ ປະທານບໍລິສັດຊີເອັນພີ ການຄ້າ ຂາອອກ-ຂາເຂົ້າຈຳກັດຜູ້ດຽວ ໃຫ້ຮູ້ວ່າ: ຄວາມຈິງແລ້ວທົ່ງໄຫຫີນໃນຮູບແບບເດີມກໍມີວິວທິດທັດທີ່ສວຍງາມຢູ່ ແຕ່ແນ່ນອນເພື່ອເປັນການພັດທະນາແຂວງຊຽງຂວາງ ໂດຍສະເພາະ ສະຖານທີ່ແຫຼງທ່ອງທ່ອງທົ່ງໄຫຫີນ ໃຫ້ມີບັນຍາກາດຄຶກຄື້ນ ແລະ ດຶງດູດນັກທ່ອງທ່ຽວຫຼາຍຂຶ້ນຄວນຕ້ອງມີການປັບປຸງໃນບາງສ່ວນໃຫ້ສວຍງາມຂຶ້ນ ດັ່ງນັ້ນ, ທາງບໍລິສັດ ຊີເອັນພີ ການຄ້າ ຂາອອກ-ຂາເຂົ້າຈຳກັດຜູ້ດຽວ ເຫັນຄວາມສຳຄັນຄືດັ່ງກ່າວຈິ່ງໄດ້ເຂົ້າມາສຶກສາປູກຕົ້ນດອກຄາຍປ່າ ໃສ່ບໍລິເວນອ້ອມ ກໍ່ຄືເຂດນອກສະຖານທີ່ທ່ອງທ່ຽວທົ່ງໄຫຫີນຄາດວ່າຈະປູກທັງໝົດຈຳນວນ 1.000 ຕົ້ນ.

ແຫຼ່ງຂ່າວ:ວິທະຍຸ-ໂທລະພາບແຂວງຊຽງຂວາງ, ຂ່າວເສດຖະກິດ-ການຄ້າ 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...