spot_img
Homeຂ່າວຕ່າງປະເທດຈີນກຳລັງຮັບມືກັບພາຍຸ ທົກຊູລີ ຢ່າງໜັກ ໄດ້ອົບພະຍົບກວ່າໝື່ນຄົນ

ຈີນກຳລັງຮັບມືກັບພາຍຸ ທົກຊູລີ ຢ່າງໜັກ ໄດ້ອົບພະຍົບກວ່າໝື່ນຄົນ

Published on

ອີງຕາມສຳນັກຂ່າວຕ່າງປະເທດລາຍາງານໃນວັນທີ 1 ສິງຫາ 2023, ຈີນກຳລັງຮັບມືກັບພາຍຸ ທົກຊູລີ ເຊິ່ງເປັນພາຍຸທີ່ຮຸນແຮງທີ່ສຸດໃນຮອບຫຼາຍປີ ໂດຍເຮັດໃຫ້ເກີດຝົນຄົກໜັກ ແລະ ນ້ຳຖ້ວມເປັນວົງກວ້າງໃນພາກເໜືອ ລວມເຖິງກຸງປັກກິ່ງ ຈາກເຫດການຄັ້ງນີ້ມີຄົນເສຍຊີວິດຢ່າງນ້ອຍ 2 ຄົນ ແລະ ປະຊາຊົນກວ່າ 31,000 ຄົນຕ້ອງອົບພະຍົບອອກຈາກບ້ານ.

ຜູ້ເສຍຊີວິດ 2 ຄົນຖືກພົບຢູ່ເຂດເມິນໂຖໂຖ ໃນກຸງປັກກິ່ງເມື່ອວັນຈັນທີ 31 ກໍລະກົດ 2023 ທີ່ຜ່ານມາ, ໂດຍມີປະຊາຊົນກວ່າ 5000 ຄົນ ໃນເຂດນີ້ຕ້ອງອົບພະຍົບໜີນ້ຳຖ້ວມ ສ່ວນທາງພາກໃຕ້ຂອງກຸງປັກກິ່ງ ທະຫານກວ່າ 2000 ຄົນ ຖືກສົ່ງມາປະຈຳການເພື່ອຊ່ວຍຕັ້ງແນວກັ້ນນ້ຳທີ່ກຳລັງເພີ່ມສູງຂຶ້ນ.

ທັງນີ້ ພາຍຸ ທົກຊູລີ ເຄື່ອນຕົວຂຶ້ນຝັ່ງ ມົນທົນຟູຈ້ຽນເມື່ອອວັນທີ 28 ກໍລະກົດ 2023 ທີ່ຜ່ານມາ, ເຊິ່ງປະລິມານນ້ຳຝົນສະເລ່ຍ 170.9 ມມ. ລະຫວ່າງຄືນວັນເສົາຈົນຮອດຕອນສວຍຂອງວັນຈັນ ເຊິ່ງທຽບກັບຄ່າສະເລ່ຍຝົນຕົກຕະຫຼອດທັງເດືອນກໍລະກົດ ເຮັດໃຫ້ຫຼາຍເມືອງໃນພາກເໜືອຂອງຈີນໄດ້ຮັບຜົນກະທົບ ແລະ ຄາດວ່າຝົນຈະຕົກຍາວອອກໄປອີກ 24 ຊົ່ວໂມງເປັນຢ່າງນ້ອຍ.

ແຫຼ່ງຂ່າວ: ໄທລັດ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...