spot_img
Homeຂ່າວພາຍ​ໃນຄາຕະກຳເມຍ ຫຼົບໜີໄດ້ 5 ປີ ຖືກຈັບດໍາເນີນຄະດີ

ຄາຕະກຳເມຍ ຫຼົບໜີໄດ້ 5 ປີ ຖືກຈັບດໍາເນີນຄະດີ

Published on

ເຫດການຄະດີຜົວຄາດຕະກໍາເມຍໃນປີ 2018 ເກີດຂຶ້ນເມື່ອວັນທີ 20 ກໍລະກົດ 2018, ຢູ່ແຂວງໄຊຍະບູລີ ພາຍຫຼັງຄາດຕະກໍາເມຍແລ້ວຫຼົບໜີໄປລີ້ຊ້ອນຢູ່ແຂວງຈໍາປາສັກ ເປັນເວລາ 5 ປີ ສາເຫດຍ້ອນບໍ່ເຂົ້າໃຈກັນ. ໂດຍເຈົ້າໜ້າທີ່ໄດ້ຮັບແຈ້ງ ຄວາມຈາກພົນລະເມືອງດີ ວ່າ: ພົບເຫັນຮ່າງຄົນເສຍຊີວິດໄຫຼມາຄ້າງຢູ່ແຄມແມ່ນໍ້າເຂດ ບ້ານນາຍາວ ເມືອງໄຊຍະບູລີ ແຂວງໄຊຍະບູລີ; ຈາກນັ້ນ, ເຈົ້າໜ້າທີ່ພະແນກຕໍາຫຼວດສືບສວນ-ສອບສວນ ສົມທົບເຈົ້າໜ້າທີ່ ປກສ ເມືອງໄຊຍະບູລີ ຊັນນະສູດສະຖານທີ່ເກີດເຫດ, ຜູ້ເສຍຊີວິດ ຊື່ ນາງ ມິນຕາ ອາຍຸ 20 ປີ ປະຊາຊົນ ບ້ານສີບຸນເຮືອງ ເມືອງຫົງສາ ແຂວງໄຊຍະບູລີ.

ສາເຫດຂອງການເສຍຊີວິດແມ່ນຍ້ອນຖືກ ຄາຕະກຳ ແລະ ຜູ້ກະທໍາຜິດຊື່ ທ້າວ ທອງສໍາລິດ ຫຼື ແອໃຫຍ່ ແກ້ວປະເສີດ ອາຍຸ 39 ປີ ປະຊາຊົນ ບ້ານໜອງແຕ່ງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຫຼົບໜີຢູ່ແຂວງຈຳປາສັກເປັນເວລາ 5 ປີ  ຈົນມາຮອດປັດຈຸບັນວັນທີ 15 ມີນາ 2023, ເຈົ້າໜ້າທີ່ຈຶ່ງກັກຕົວ ທ້າວ ທອງສຳລິດ ມາດຳເນີນຄະດີຕາມກົດໝາຍ.

ທ້າວ ທອງສຳລິດ ສາລະພາບວ່າ: ໃນປີ 2018, ຜູ້ກ່ຽວໄດ້ສ້າງຄອບຄົວກັບ ນາງ ມິນຕາ ມີລູກນຳກັນ 1 ຄົນ ຊື່ ທ້າວ ແອນ້ອຍ, ອາຍຸ 7 ເດືອນ; ຮອດວັນທີ 16 ກໍລະກົດ 2018, ທ້າວ ທອງສຳລິດ ແລະ ນາງ ມິນຕາ ພ້ອມດ້ວຍລູກ ໄດ້ໄປພັກເຊົາຢູ່ເຮືອນ ພັກ ແຫ່ງໜຶ່ງຢູ່ບ້ານທ່ານາ ເມືອງໄຊຍະບູລີ; ຈາກນັ້ນ, ເວລາປະມານ 8:00 ໂມງ ວັນທີ 17 ກໍລະກົດ 2018 ນາງ ມິນຕາ ບອກວ່າຈະໄປຊື້ນົມໃຫ້ລູກແລ້ວກໍອອກຈາກເຮືອນພັກ, ເວລາປະມານ 23 ໂມງ ນາງ ມິນຕາ ຈຶ່ງກັບຮອດເຮືອນພັກ ແລະ ມີອາ ການມືນເມົາ ແລ້ວ ທ້າວ ທອງສຳລິດ ກັບ ນາງ ມິນດາ ຈຶ່ງຜິດຖຽງກັນຢ່າງແຮງ, ທ້າວ ທອງສຳລິດ ໄດ້ບີບຄໍ ນາງ ມິນຕາ ຈົນເສຍຊີວິດ ແລ້ວເອົາຜ້າຫົ່ມພັນຮ່າງຜູ້ເປັນເມຍ.

ຮອດເວລາປະມານ 22:00 ໂມງ ວັນທີ 18 ກໍລະກົດ 2018, ທ້າວ ທອງສຳລິດ ເອົາຮ່າງຂອງເມຍທີ່ເສຍຊີວິດໄປຖິ້ມລົງແມ່ນໍ້າຮຸ່ງ ເພື່ອທຳລາຍຫຼັກຖານ ແລ້ວເອົາຕົວຫຼົບໜີ ໄປລີ້ຊ່ອນຢູ່ ແຂວງຈຳປາສັກ, ຮອດວັນ ທີ 15 ມີນາ 2023 ເປັນເວລາ 5 ປີ ຈຶ່ງຖືກເຈົ້າໜ້າທີ່ກັກຕົວໄດ້ໄປດໍາເນີນຄະດີຕາມລະບຽບກົດໝາຍ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...