Homeຜູ້ຊາຍຮ່າງນ້ອຍ ຈະແຕ່ງໂຕໃຫ້ສູງຂື້ນ ບໍ່ແມ່ນເລື່ອງຍາກ

ຜູ້ຊາຍຮ່າງນ້ອຍ ຈະແຕ່ງໂຕໃຫ້ສູງຂື້ນ ບໍ່ແມ່ນເລື່ອງຍາກ

Published on

ຍ້ອມຮັບເລີຍວ່າເຈົ້າຄືຜູ້ຊາຍຄົນໜຶ່ງທີ່ມີຄວາມສູງບໍ່ເທົ່າໃດ.ເປັນຄົນຮ່າງນ້ອຍຫລືໃຜຕໍ່ໃຜກໍ່ຮ້ອງວ່າ(ເຕ້ຍ)ແມ່ນບໍ່ ຖ້າແມ່ນຂໍບອກເລີຍວ່າຍ່າເພິ່ໄປຄິດຫລາຍເກີນໄປ

ເພາະນັ້ນເປັນທຳມະຊາດຂອງເຈົ້າເອງ ໃຜຊິເຮັດຫຍັງລະ”ແມ່ນບໍ່”

ແຕ່ທັ້ງນີ້ທັ້ງ ກໍ່ຕ້ອງຍ້ອມຮັບຢ່າງໜຶ່ງວ່າ ດ້ວຍຄວາມເຕ້ຍບໍ່ໃດ້ມາດຕະຖານຂອງຜູ້ຊາຍລາວຢ່າງຄົນອື່ນໆ ຫລາຍຄົນກໍ່ນຳເຊິ່ງຄວາມນ້ອຍໃຈ ໂດຍສະເພາະການຫາເສື້ອຜ້າ

ຫລືຫາແນວແຟຊັ່ນຕ່າງໆດ້ວຍ ຈະເຫັນໃດ້ຈາກເວລາຊື່ໂສ້ງ ກໍ່ຕ້ອງມີການຕັດຂາອອກໄປເປັນປະຈຳແລະອື່ນໆອີກພຽບ

ສຳລັບໃຜທີ່ເຄີຍເຈີເຫດການແບບນີ້ ຈັງໃດກໍ່ຍ່າເພິ່ງເປັນກາງວົນກັນໄປ ເພາະນັບຕັ້ງແຕ່ຊ່ວງເວລາຕໍ່ຈາກນີ້ເປັນຕົ້ນໄປ ເລື່ອງຂອງການເລືອກເສື້ອຜ້າ ຫລືການຫາ

ແນວແຕ່ງໂຕເທ່ໆ ນີ້ ຈະບໍ່ເປັນປັນຫາອີກຕໍ່ໄປ ເພາະວັນນີ້ເຮົາມີຄິບດີໆ ໃນການເລືອກເສື້ອຜ້າຂອງຜູ້ຊາຍທີ່ໂຕນ້ອຍມາຟາກກັນແລ້ວດ້ວຍຂໍ້ຈົດຈຳງ່າຍໆພຽງແຕ່..

หนุ่มร่างเล็ก จะแต่งตัวให้ดูสูงขึ้น ไม่ใช่เรื่องยาก

1. ເລືອກແນວເສື້ອຜ້າທີ່ເປັນແນວຕົງໆ ເຂົ້າໄວ້

ເພື່ອເປັນການຫລອກຕາໃຫ້ເຈົ້າສູງຂື້ນ ເລື່ອງຂອງລາຍເສື້ອຜ້າກໍ່ມີຜົນເຊັ່ນກັນ ວິທີເລືອກທີ່ດີທີ່ສຸດລອງເປັນລາຍທີ່ມີເສັ້ນຕົງຫລາຍໆ ຈະຊ່ວຍໃດ້ຫລາຍຂື້ນຢ່າເລືອກລາຍ

ຂວາງເດັດຂາດ ບໍ່ເຊັ່ນນັ້ນເຈົ້າຈະເບິ່ງເຕ້ຍໄປຫລາຍກວ່າເກົ່າອີກ.

2. ໄຊ້ນ້ອຍເຂົາວ່າ ຊ່ວຍໃດ້

ບໍ່ວ່າຈະເປັນເສື້ອຫລືໂສ້ງຂໍ້ໃຫ້ເລືອກໄຊ້ Sຫລື M ເຂົ້າໄວ້ຈະດີທີ່ສຸດ ເພາະຫາກເລືອກໄຊ້ທີ່ໃຫຍ່ກວ່ານີ້ ຈະເຮັດໃຫ້ເຈົ້າເໝືອນຄົນຂີ້ກ້າງຜອມແລະເປັນຄົນທີ່ບໍ່ໜ້າ

ຊົມເອົາສະເລີຍ ແຕ່ທັ້ງນີ້ທັ້ງນັ້ນ ກໍ່ຍ່າເລືອກໄຊ້ທີ່ນ້ອຍເກີນໄປຫລາຍບໍ່ເຊັ່ນນັ້ນໂຕເຈົ້ານັ້ນແລະທີ່ຈະອຶດອັດເອງຫາຍໃຈບໍ່ສະດວກເລີຍ.

3. ໂສ້ງຂາເດບ ຈຳໃຫ້ຂື້ນໃຈ

ໂສ້ງຊົງຂາເດບຄືໂຕເລືອກລຳດັບຕົ້ນໆທີ່ເຈົ້າຄວນພິດຈາລະນາກ່ອນອັນດັບແລກ ເພາະໂສ້ງຂາເດບນີ້ແລະຈະຊ່ວຍໃຫ້ເຈົ້າເບິ່ງສູງຂື້ນເຊິ່ງນັ້ນຈະສົ່ງຜົນໃຫ້ເຈົ້າສູງຂື້ນ

ຕາມໄປດ້ວຍແຕ່ສຳລັບໃຜທີ່ບໍ່ມັກຂາເດບເພາະເນື້ອຜ້າໂສ້ງແນບກັບຂາຂອງເຈົ້າຫລາຍເກີນໄປກໍ່ລອງເລືອກຊົງກະບອກຂານ້ອຍກໍ່ຊ່ວຍໃດ້ເຊັ່ນກັນ.

4. ສີສັນຂອງເສື້ອຜ້າສຳກໍ່ສຳຄັນເຊັ່ນກັນ

ສີເສື້ອກັບໂສ້ງຖ້າເປັນໄປໃດ້ຂໍໃຫ້ໃສ່ເປັນສີດຽວກັນໄປເລີຍກໍ່ດີເຊັ່ນເສື້ອສີດຳກັບໂສ້ງສີດຳຫລືຫາກບໍ່ມັກແບບນັ້ນ ກໍ່ລອງເປັນສີເສື້ອທີ່ເຂົ້າກັນໃດ້ເຊັ່ນ:ເສື້ອສີອ່ອນກັບ

ໂສ້ງສີເຂັ້ມກໍ່ດີບໍ່ນ້ອຍແຕ່ຖ້າສີໃດບໍ່ເຂົ້າກັນເລີຍຫລືສີທີ່ມີຄວາມເຂັ້ມເກີນໄປລ່ຽງໃດ້ກໍ່ລ່ຽງໄປເດີທຸກທ່ານ.

5. ເສື້ອຄໍວີກໍ່ເຈັງດີຄືກັນ                                                                                                                                                                                                                                        ຫາກເຈົ້າມັກໃສ່ເສື້ອຢືດ ລອງຫາເສື້ອຢືດທີ່ເປັນຊົງຄໍວີເບິ່ງ ເພາະຄໍວີນີ້ແລະຈະຊ່ວຍໃຫ້ຊ່ວງຄໍຂອງເຈົ້າຍາວຂື້ນແລະຫລອກຕາໃຫ້ຊ່ວງລຳໂຕຂອງເຈົ້າຍາວຂື້ນຕາມໄປດ້ວຍ ສ່ວນເສີ້ອຄໍກົມຈະໄປປິດຊ່ວງຄໍເຈົ້າສະສ່ວນຫລາຍເຊິ່ງບາງໂຕດີໄຊ້ບໍ່ໃດ້ເຮັດໃຫ້ເຈົ້າສູງຂື້ນເລີຍແມ້ແຕ່ນ້ອຍດຽວແຖມຍັງເຮັດໃຫ້ເຈົ້າຮ້ອນງ່າຍອີກດ້ວຍ

6. ເສີມສ້າງກ້າມເນື້ອຈັກນ້ອຍ

ການທີ່ເຈົ້າໂຕນ້ອຍຢູ່ແລ້ວແຖມຍັງບໍ່ອອກກຳລັງກາຍຫລືສ້າງກ້າມເນື້ອເລີຍຈະເຮັດໃຫ້ເຈົ້າເໝືອນເປັນຄົນຕິດຢາຫລືຂາດສານອາຫານ ອອກກຳລັງກາຍບາງສ້າງກ້າມເນື້ອ

ມາແດ່ວິດພື້ນບາງ ຍົກນ້ຳໜັກວິງຮອບເດີນບານແດ່ ກໍ່ຕາມແຕ່ຈະເລືອກກັນນອກຈາກເຈົ້າຈະມີສຸກຂະພາບທີ່ແຂງແຮງແລ້ວການອອກກຳລັງກາຍຍັງຊ່ວຍໃຫ້ເຈົ້າບືກບືນຂື້ນອີກ

ເລີຍທີດຽວແລະໃສ່ເສື້ອແລ້ວເບິ່ງເທ່ຫລາຍຂື້ນອີກ.

ທີ່ມາ : kapook

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ເເລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ໃນວັນທີ 21 ສິງຫາ 2026, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ປະຈໍາປີ 2026, ໂດຍການເປັນປະທານຂອງ...

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ...

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...