Homeຂ່າວຕ່າງປະເທດສາງເກັບດອກໄມ້ໄຟລະເບີດ ເສຍຊີວິດ 11 ຄົນ ແລະ ບາດເຈັບ 121 ຄົນ

ສາງເກັບດອກໄມ້ໄຟລະເບີດ ເສຍຊີວິດ 11 ຄົນ ແລະ ບາດເຈັບ 121 ຄົນ

Published on

ໃນວັນທີ 29 ກໍລະກົດ 2023 ທີ່ຜ່ານມາເວລາປະມານ 15:00 ໂມງ ເກີດເຫດສາງເກັບບັ້ງພຸ ແລະ ດອກໄມ້ໄຟເກີດລະເບີດກາງຕະຫຼາດມູໂນະ ເມືອງສຸໄຫໂກ-ລົກ ແຂວງນາຣາທິວາດ ປະເທດໄທ ເຊິ່ງມີຄົນເສຍຊີວິດເຖິງ 11 ຄົນ ບາດເຈັບ 121 ຄົນ, ສູນຫາຍອີກ 2 ຄົນ, ເຮັດໃຫ້ຮ້ານຄ້າ ແລະ ບ້ານກວ່າ 292 ຫຼັງຖືກໄຟໄໝ້ ແລະ ໄດ້ຮັບຄວາມເສຍຫາຍ.

ກ່ອນເກີດເຫດເປັນຊ່ວງວັນພັກ ເຈົ້າຂອງສາງພາຄອບຄົບໄປທ່ຽວຕ່າງແຂວງ  ແລະ ໄດ້ຈ້າງນາຍຊ່າງມາຈອດເຊື່ອມເຫຼັກ ເຮັດໃຫ້ສະເກັດໄຟຕົກໃສ່ກ່ອງບັ້ງພຸ ແລະ ດອກໄມ້ໄຟທີ່ກອງຢູ່ພາຍໃນສາງເປັນຈຳນວນຫຼາຍຈຶ່ງເກີດລະເບີດຂຶ້ນ.

ທາງດ້ານເຈົ້າໜ້າທີ່ເລົ່ງເຂົ້າຊ່ວຍເຫຼືອຜູ້ບາດເຈັບທັງໝົດ 72 ຄົນ ແລະລຳລຽງສົ່ງໂຮງໝໍທີ່ໃກ້ຄຽງ ພ້ອມທັງອົບພະຍົບຄອບຄົວທີ່ໄດ້ຮັບຜົນກະທົບໃຫ້ຍ່າຍໄປຢູ່ໃນທີ່ປອດໄພກ່ອນ, ທາງຜູ້ສື່ຂ່າວລາຍງານຕື່ມອີກວ່າ: ເຫດການລະເບີດໃນຄັ້ງນີ້ສ້າງຄວາມເສຍຫາຍໃຫ້ກັບຕະຫຼາດມູໂນະຢ່າງຫຼວງຫຼາຍ ເນື່ອງຈາກເປັນສູນກາງການຈຳໜ່າຍສິນຄ້າຊາຍແດນແຫຼ່ງໃຫຍ່ທີ່ສຸດຂອງເມືອງ ສຸໄຫໂກ-ລົກ ແລ້ວຄວາມແຮງຂອງລະເບີດເຮັດໃຫ້ຮ້ານຄ້າ, ບ້ານເຮືອນປະຊາຊໍົນ ແລະ ເສດຖະກິດໃນຊຸມຊົນທີ່ຫາກໍຟື້ນໂຕຈາກຄວາມເສຍຫາຍນ້ຳຖ້ວມເມື່ອປີ 2022 ຜ່ານມາ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...