Homeຂ່າວພາຍ​ໃນຄວາມເປັນຈິງໃນການຂຸດຄົ້ນໄມ້ ຢູ່ແຂວງເຊກອງ

ຄວາມເປັນຈິງໃນການຂຸດຄົ້ນໄມ້ ຢູ່ແຂວງເຊກອງ

Published on

ໃນວັນທີ 24 ກໍລະກົດ 2023 ຜ່ານມາ, ທ່ານ ຄຳພັນ ພະສະແຫວງ ຮອງຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ ແຂວງເຊກອງ ໄດ້ແຈ້ງໃຫ້ຮູ້ວ່າ: ແຂວງເຮົາ ໄດ້ຮັບອະນຸຍາດຂຸດຄົ້ນ ແລະ ເກັບກູ້ທ້ອນໂຮມໄມ້ທີ່ຍັງຕົກຄ້າງປະຕິບັດໃນປີ 2022 ແລະ ໂກຕ້າທີ່ອະນຸມັດໃໝ່ປີ 2023 ທັງໝົດ 16 ພັນກ່ວາແມັດກ້ອນ (16.373,895 ມ3), ແຕ່ໃນຄວາມເປັນຈິງ ປະຕິບັດມາຮອດ 6 ເດືອນຕົ້ນປີ 2023 ໄດ້ພຽງ 5 ພັນກ່ວາແມັດກ້ອນ (5.147,476 ມ3);

ໃນນັ້ນ, ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້ຳບີ 1, 2, 3 ປະຕິບັດໄດ້ 89 ກ່ວາແມັດກ້ອນ (89,599 ມ3), ໂຄງການກໍ່ສ້າງທາງລຽບຊາຍແດນລາວ-ຫວຽດນາມ ໄລຍະທີ 1 ຊ່ວງ 16 ກິໂລແມັດ ປະຕິບັດໄດ້ 617 ກ່ວາແມັດກ້ອນ (617,656 ມ3), ໂຄງການກໍ່ສ້າງທາງລຽບຊາຍແດນລາວ-ຫວຽດນາມ ໄລຍະທີ 1 ຊ່ວງ 55 ກິໂລແມັດ ປະຕິບັດໄດ້ 985 ກ່ວາແມັດກ້ອນ (985,964 ມ3), ໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍລະແງ ເຂດອ່າງນ້ຳຖ້ວມ, ເຂດກໍ່ສ້າງ ແລະ ເຂດຕາມແລວສາຍສົ່ງ 220 ກິໂລວັດ ປະຕິບັດໄດ້ 1.333 ກ່ວາແມັດກ້ອນ (1.333,411 ມ3), ໂຄງການຍົກຍ້າຍ-ຈັດສັນ ບ້ານປາກໄຊ ແລະບ້ານຖ້ຳເດັ້ງ ປະຕິບັດໄດ້ 2.390 ກ່ວາແມັດກ້ອນ (2.390,846 ມ3); ສໍາລັບປີ 2024 ແມ່ນຈະສືບຕໍ່ປະຕິບັດໂກຕ້າທີ່ຍັງຕົກຄ້າງໃນປີ 2023 ແລະ ຂໍອະນຸມັດຂຸດຄົ້ນໃໝ່ 48.661 ແມັດກ້ອນ ໃນ 4 ໂຄງການ ໂດຍຄະນະຄຸ້ມຄອງພາກສະໜາມ ຈະໄດ້ເອົາໃຈໃສ່ຄຸ້ມຄອງ, ກວດກາ ໃຫ້ການຈັດຕັ້ງປະຕິບັດຖືກຕ້ອງຕາມລະບຽບການ ເພື່ອຫຼີກລຽງ ບໍ່ໃຫ້ມີການສວຍໂອກາດຂຸດຄົ້ນໄມ້ ແລະເຄື່ອງປ່າຂອງດົງ ທີ່ຢູ່ນອກເຂດໄດ້ຮັບອະນຸຍາດ ຢ່າງເດັດຂາດ

ໂດຍຜ່ານມາ, ແຂວງເຊກອງເຮົາ ຍັງເຂັ້ມງວດປະຕິບັດຄໍາສັ່ງນາຍົກ ເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ໃນຂອບເຂດທົ່ວປະເທດ ໂດຍຫ້າມບໍ່ໃຫ້ມີການຂຸດຄົ້ນໄມ້ຈາກປ່າທໍາມະຊາດອີກ ເຊິ່ງໄລຍະຜ່ານມາ ການຂຸດຄົ້ນໄມ້ຢູ່ແຂວງເຊກອງ ແມ່ນໄດ້ຮັບອະນຸມັດໃນເຂດກໍ່ສ້າງພື້ນຖານໂຄງລ່າງຂອງແຂວງເທົ່ານັ້ນ ແລະ ມີຄະນະຄຸ້ມຄອງ ທີ່ເຮັດໜ້າທີ່ເປັນເສນາທິການໃຫ້ການນຳເມືອງ, ແຂວງ ແລະ ກະຊວງ ເພື່ອປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານໃຫ້ມີປະສິດທິຜົນ, ຖືກຕ້ອງ, ສອດຄ່ອງກັບລະບຽບການ ແລະ ກົດໝາຍວາງອອກ.
ທັງໝົດນັ້ນ ຄືຂໍ້ມູນກ່ຽວກັບການຂຸດຄົ້ນໄມ້ຢູ່ແຂວງເຊກອງ ເພື່ອນໍາສະເໜີ ໃຫ້ເພື່ອນຜູ້ອ່ານ ໄດ້ຮັບຊາບ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...