Homeຂ່າວພາຍ​ໃນພິທີທໍາລາຍຊີ້ນສ່ວນສັດນ້ຳ ທີ່ຢຶດໄດ້ຈາກຜູ້ທີ່ລັກລອບຫາ,ຊື້-ຂາຍ ປາ ໃນລະດູການເກືອດຫ້າມ

ພິທີທໍາລາຍຊີ້ນສ່ວນສັດນ້ຳ ທີ່ຢຶດໄດ້ຈາກຜູ້ທີ່ລັກລອບຫາ,ຊື້-ຂາຍ ປາ ໃນລະດູການເກືອດຫ້າມ

Published on

ວັນທີ 25 ກໍລະກົດ 2023 ທີ່ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ຊານໄຊ ແຂວງ ອັດຕະປື ໄດ້ຈັດພິທີທໍາລາຍຊີ້ນສ່ວນສັດນ້ຳ ທີ່ຢຶດໄດ້ຈາກຜູ້ທີ່ລັກລອບຫາ,ຊື້-ຂາຍ ປາ ໃນລະດູການເກືອດຫ້າມ,ໂດຍມີທ່ານ ສົມປະສິດ ຍັບຖາວອນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ຊານໄຊ, ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອາທິດເດດ ນິນທິລາດ ຫົວໜ້າໜ່ວຍງານກວດກາປ່າໄມ້ ເມືອງ ຊານໄຊ ໃຫ້ຮູ້ວ່າ: ວັນທີ 22 ກໍລະກົດ 2023 ເຈົ້າໜ້າທີ່ ກວດກາປ່າໄມ້ ເມືອງ ຊານໄຊ ໄດ້ສົມທົບກັບທີມງານສະກັດກັ້ນການຫາປາໜ້າເຂື່ອນເຊກະໝານ 1 ໄດ້ອອກເຄື່ອນໄຫວກວດກາຕາມສາຍທາງ ເລີ່ມແຕ່ຈຸດໜ້າເຂື່ອນເຊກະໝານ 1 ຫາ ສາມແຍກ ບ້ານ ຫີນດໍາ-ດອນແຄນ ໄດ້ພົບພໍ້ລົດຕູ້ສະຕາເລັກ ໝາຍເລກທະບຽນ 0055 ສີປອນ ແລ່ນລົງມາແຕ່ໜ້າເຂື່ອນເຊກະໝານ 1, ດັ່ງນັ້ນ ເຈົ້າໜ້າທີ່ຈິ່ງໄດ້ສະແດງຕົນເຂົ້າກວດລົດຄັນດັ່ງກ່າວ ພົບເຫັນປາ ປະເພດປາເກັດ ຈໍານວນ 200 ກິໂລ ແລະ ປາແຫ້ງ ຈໍານວນ 7 ກິໂລ ລວມທັງໝົດ 207 ກິໂລ, ເຈົ້າໜ້າທີ່ກວດກາປ່າໄມ້ ແລະ ຄະນະທີມງານສະກັດກັ້ນການຫາປາ ໜ້າເຂື່ອນເຊກະໝານ 1 ຈຶ່ງໄດ້ຢຶດປາຈໍານວນດັ່ງກ່າວ ໄວ້ເປັນຂອງກາງ, ຖານລັກລອບຫາ,ຊື້-ຂາຍປາ ໃນລະດູການເກືອດຫ້າມ ແລະໄດ້ເຮັດບົດບັນທຶກສຶກສາອົບຮົມ ພວກກ່ຽວຕາມລະບຽບການ. ເຊິ່ງຜູ້ທີ່ເຄື່ອນໄຫວລັກລອບຫາ,ຊື້-ຂາຍປາ ໃນລະດູການເກືອດຫ້າມແມ່ນໄດ້ລະເມີດຕໍ່ແຈ້ງການ ສະບັບເລກທີ 39/ຈມ ລົງວັນທີ 14 ມີຖຸນາ 2023 ວ່າດ້ວຍການຫ້າມຊື້-ຂາຍ ແລະ ລ່າສັດນໍ້າ-ສັດປ່າ ໃນໄລຍະລະດູການຂະຫຍາຍພັນແຕ່ເດືອນມີຖຸນາ ຫາ ເດືອນສິງຫາ.

ໃນໄລໄຍະຜ່ານມ, າໜ່ວຍງານກວດກາປ່າໄມ້ ເມືອງ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າຕໍ່ວຽກງານກວດກາ ການລັກລອບ ຊື້-ຂາຍ ສັດນໍ້າ-ສັດປ່າ ໃນໄລຍະລະດູການວາງໄຂ່ຂອງປາ ໂດຍໄດ້ມີການແຕ່ງຕັ້ງພະນັກງານລົງເຜີຍແຜ່ລະບຽບ,ກົດໝາຍ,ຄໍາສັ່ງ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງກັບວຽກງານກວດກາ,ການຄຸ້ມຄອງສັດນໍ້າ-ສັດປ່າ ໃຫ້ປະຊາຊົນ, ພໍ່ຄ້າຊາວຂາຍ ຢູ່ຕາມຕະຫຼາດ ແລະ ບ້ານ ເພື່ອໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບ,ກົດໝາຍ ວ່າດ້ວຍສັດນໍ້າ-ສັດປ່າ.
ຂ່າວ: ສຸກສະຫວ່າງ ຖວທ ເມືອງຊານໄຊ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...