spot_img
Homeຂ່າວພາຍ​ໃນຖະໜົນຫົນທາງເປັນປັດໄຈໜຶ່ງທີ່ສຳຄັນ ໃນການພັດທະນາ ແລະ ເຕີບໃຫຍ່ຂອງເສດຖະກິດ

ຖະໜົນຫົນທາງເປັນປັດໄຈໜຶ່ງທີ່ສຳຄັນ ໃນການພັດທະນາ ແລະ ເຕີບໃຫຍ່ຂອງເສດຖະກິດ

Published on

ໃນສັງຄົມເມື່ອມີການພັດທະນາຖະໜົນຫົນທາງ ກໍມີໂອກາດທີ່ຈະມີປະຊາຊົນເຂົ້າໄປສ້າງບ້ານສ້າງເຮືອນ ບ່ອນຢູ່ອາໄສ ເມື່ອມີບ່ອນຢູ່ອາໄສ ກໍຈະມີສະຖານທີ່ອຳນວຍຄວາມສະດວກຕ່າງໆເຊັ່ນ ຮ້ານອາຫານ ຮ້ານບັນເທີງ ຫ່າງຊັບພະສິນຄ້າ ແລະ ສິ່ງອຳນວຍຄວາມສະດວກອື່ນໆເຂົ້າມາ, ສະນັ້ນ ໃນການພັດທະນາເສດຖະກິດໃຫ້ຍືນຍົງ ຈຳເປັນຕ້ອງມີການພັດທະນາສ້ອມແປງເສັ້ນທາງ ໃຫ້ໄປມີການຄົມມະນາຄົມສະດວກຍິ່ງຂຶ້ນ.

ປັດຈຸບັນ ໃນປະເທດລາວເຮົາກໍນັບມື້ນັບພັດທະນາຂຶ້ນເລື່ອຍໆ ຍ້ອນມີເສັ້ນທາງການຄົມມະນາຄົມທີ່ສະດວກສະບາຍຂຶ້ນ ຢ່າງໃດກໍຕາມ ກໍຍັງມີອີກຫຼາຍເສັ້ນທາງທີ່ການພັດທະນາຍັງບໍ່ສາມາດເຂົ້າເຖິງເສັ້ນທາງນັ້ນ ເຮັດໃຫ້ການໄປມາຂອງປະຊາຊົນ ການຄົມມະນາຄົມ ການຄ້າກໍບໍ່ສະດວກ ໂດຍສະເພາະໃນໄລຍະຂອງລະດູຝົນ ເຮັດໃຫ້ຫຼາຍເສັ້ນທາງເປ່ເພ ແຕ່ກໍຍັງບໍ່ມີການສ້ອມແປງ ບໍ່ວ່າຈະແມ່ນເສັ້ນທາງໃນຕົວເມືອງນະຄອນຫຼວງວຽງຈັນ ເຊິ່ງເຮົາຍັງສາມາດພົບຫົນທາງເປັນຂຸມ ເປັນບໍ່ ເປ່ເພ ແລະ ບໍ່ມີການສ້ອມແປງມາດົນນານ.

ທັ້ງນີ້ ຫົນທາງທີ່ເປ່ເພບໍ່ພຽງສະແດງເຖິງເສດຖະກິດລະດັບທ້ອງຖິ່ນນັ້ນ ມັນຍັງສ້າງຄວາມອັນຕະລາຍ ສ່ຽງການເກີດອຸບັດຕິເຫດ ຈຶ່ງເຮັດໃຫ້ປະຊາຊົນຈຳນວນຫຼາຍມີຫາງສຽງຕໍ່ລັດຖະບານ ເລື່ອງການສ້ອມແປງຫົນທາງ.

ຂ່າວ ລາວໂພສ

ພາບ Somboun Masouvanh, ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...