spot_img
Homeຂ່າວຕ່າງປະເທດພິທາ ລິ້ມຈະເລີນຣັດ ຍັງເປັນຜູ້ສະໝັກຊິງຕຳແໜ່ງນາຍົກ ເຖິງວ່າຈະຖືກສັ່ງຢຸດປະຕິບັດໜ້າທີ່ ສ.ສ.

ພິທາ ລິ້ມຈະເລີນຣັດ ຍັງເປັນຜູ້ສະໝັກຊິງຕຳແໜ່ງນາຍົກ ເຖິງວ່າຈະຖືກສັ່ງຢຸດປະຕິບັດໜ້າທີ່ ສ.ສ.

Published on

ພັກກ້າວໄກເນັ້ນຍ້ຳວ່າ “ພິທາ ລິ້ມຈະເລີນຣັດ” ຍັງເປັນຜູ້ສະໝັກຊິງຕຳແໜ່ງນາຍົກລັດຖະມົນຕີແຫ່ງປະເທດໄທຢູ່ ເຖິງວ່າສານລັດຖະທຳມະນູນ ຮັບຄຳຮ້ອງກໍລະນີຫຸ້ນສື່ ແລະ ສັ່ງຢຸດປະຕິບັດໜ້າທີ່ ສ.ສ. ຊົ່ວຄາວ.

ໃນວັນທີ 19 ກໍລະກົດ 2023 ພາຍຫຼັງສານລັດຖະທຳມະນູນໄທ ລົງມະຕິຮັບຄຳຮ້ອງຂອງຄະນະກຳມະການເລືອກຕັ້ງ (ກກຕ) ເລື່ອງການຖືຫຸ້ນສື່ ຂອງ ພິທາ ລິ້ມຈະເລີນຣັດ ສ.ສ. ບັນຊີລາຍຊື່ ແລະ ຫົວໜ້າພັກກ້າວໄກ ແລະ ມີມະຕິ 7 ຕໍ່ 2 ສັ່ງຢຸດປະຕິບັດໜ້າທີ່ ສ.ສ.

ທາງດ້ານພັກກ້າວໄກ ກໍໄດ້ໂພສຂໍ້ຄວາມຜ່ານເຟສບຸກ ແລະ ທະວິດເຕີ້ວ່າ ພິທາ ລິ້ມຈະເລີນຣັດ ຍັງສາມາດເປັນຜູ້ສະໝັກຊິງຕຳແໜ່ງນາຍົກລັດຖະມົນຕີຢູ່ ໂດຍມີຂໍ້ຄວາມລະບຸດັ່ງນີ້: “ດ່ວນ! ສານລັດຖະທຳມະນູນ ມີຄຳສັ່ງໃຫ້ ພິທາ ລິ້ມຈະເລີນຣັດ ຢຸດປະຕິບັດໜ້າທີ່ເປັນ ສ.ສ. ຊົ່ວຄາວ ຈາກກໍລະນີຫຸ້ນສື່ ITV ຢ່າງໃດກໍຕາມ ຕາມກົດໝາຍ ພິທາ ຍັງສາມາດເປັນຜູ້ສະໝັກຊິງຕຳແໜ່ງນາຍົກລັດຖະມົນຕີຢູ່ ແຕ່ສະຖານະການໃນກອງປະຊຸມລັດຖະສະພາຍັງບໍ່ດີ ເນື່ອງຈາກມມີການຖົງຖຽງກັນ ໃນເລື່ອງຂໍ້ບັງຄັບການປະຊຸມວ່າຈະສາມາດສະເໜີຊື່ ພິທາ ໃຫ້ລັດຖະສະພາອີກຄັ້ງໄດ້ຫຼືບໍ່ ຫຼັງຈາກບໍ່ໄດ້ຮັບສຽງພຽງພໍໃນການປະຊຸມລັດຖະສະພາ ໃນວັນທີ 13 ກໍລະກົດ 2023.”

ແຫຼ່ງຂ່າວ Thairath

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...