Homeຂ່າວທ້ອງຖິ່ນຍທຂ ແຂວງຫຼວງພະບາງອອກແຈ້ງການ ຈັດສັນຄຸ້ມຄອງເດີ່ນຈອດລົດ ສາທາລະນະລຽບຕາມເສັ້ນທາງ ແຄມຂອງ-ແຄມຄານ

ຍທຂ ແຂວງຫຼວງພະບາງອອກແຈ້ງການ ຈັດສັນຄຸ້ມຄອງເດີ່ນຈອດລົດ ສາທາລະນະລຽບຕາມເສັ້ນທາງ ແຄມຂອງ-ແຄມຄານ

Published on

ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງພະບາງອອກແຈ້ງການກ່ຽວກັບການຈັດສັນຄຸ້ມຄອງເດີ່ນຈອດລົດ ສາທາລະນະລຽບຕາມເສັ້ນທາງ ແຄມຂອງ-ແຄມຄານ ນະຄອນຫຼວງ
ພະບາງ.

ອີງຕາມ ຂໍ້ຕົກລົງຂອງທ່ານ ເຈົ້ານະຄອນຫຼວງພະບາງ ເລກທີ່ 395/ຈນ.ຫຼຸບ ລົງວັນທີ 15 ມິຖຸນາ 2022 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງການ ຍທຂ ນະຄອນຫຼວງພະບາງ;
ອີງຕາມ: ຂໍ້ຕົກລົງຂອງທ່ານ ເຈົ້ານະຄອນຫຼວງພະບາງ ເລກທີ່ 495/ຈນ.ຫຼຸບ ລົງວັນທີ່ 5 ມິຖຸນາ 2023 ວ່າດ້ວຍ ການເຫັນດີອານຸມັດ ໃຫ້ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງພະບາງ ລົງນາມເຊັນສັນຍາ ການຄຸ້ມ ຄອງເດີ່ນຈອດລົດ ສາທາລະນະລຽບຕາມເສັ້ນທາງ ແຄມຂອງ-ແຄມຄານ ນະຄອນຫຼວງພະບາງ,

ອີງຕາມ:ສັນຍາວ່າດ້ວຍການຄຸ້ມຄອງນໍາໃຊ້ເດີ່ນຈອດລົດສາທາລະນະລຽບຕາມເສັ້ນທາງແຄມຂອງ-ແຄມຄານ ແລະ ຕາມເຂດມໍລະດົກ ເລກທີ່ 209/ຍທຂ.ນຄ ລົງວັນທີ 2 ມິຖຸນາ 2023, ເລກທີ່ 320/ຍທຂ.ນຄ ລົງວັນທີ່ 22 ມິຖຸນາ 2023 ເລກທີ່: 321/ຍທຂ.ນຄ ລົງວັນທີ່ 22 ມິຖຸນາ 2023.

ເພື່ອເປັນການຜັນຂະຫຍາຍໃຫ້ສອດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ່ 723/ຈຂ.ຫຼຸບ, ລົງ ວັນທີ່ 15 ພະຈິກ 2018 ວ່າດ້ວຍການຄຸ້ມຄອງ-ຈັດສັນຄວາມເປັນລະບຽບພາຍໃນເທດສະບານ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໃຫ້ມີຄວາມສະອາດ,ຄວາມສວຍສົດງົດງາມ,ມີຄວາມສະດວກສະບາຍ ແລະ ມີຄວາມ ປອດໄພ ດັ່ງນັ້ນ ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງພະບາງ ຂໍແຈ້ງມາຍັງທ່ານ ບັນດາ ພະແນກການ,ພະນັກງານ,ທະຫານ,ຕໍາຫຼວດ,ນັກທຸະກິດ,ຜູ້ປະກອບການທຸລະກິດຮ້ານອາຫານ,ບ້ານພັກ, ໂຮງ ແຮມ,ບໍລິສັດ ແລະ ຜູ້ປະກອບການແລ່ນລົດຂົນສົ່ງສິນຄ້າ ແລະ ໂດຍສານຮັບຊາບເລີ່ມວັນທີ 15/07/2023 ການຈອດລົດໃນເຂດດັ່ງກ່າວມານັ້ນແມ່ນຈະໄດ້ເສຍເງິນຄ່າຈອດລົດຕາມປະເພດລົດດັ່ງນີ້: ລົດຈັກ 2 ລໍ້ຄັນລະ 2,000 ກີບ/ຄັ້ງ ປະເພດລົດ 4 ລໍ້ 5,000 ກີບ/ຄັ້ງ,ປະເພດລົດ 6 ລໍ້ 8,000 ກີບ/ຄັ້ງ, ກໍລະນີຝາກ (ທັງເວັນ ແລະ ທັງຄືນ ) ລົດຈັກ 2 ລໍ້ຄັນລະ 5,000ກີບ/ຄັ້ງ,ປະເພດລົດ 4 – 6ລໍ້ ຄັນລະ 10,000 ກີບ/ຄັ້ງ,ຖ້າກໍລະນີຝາກເປັນ ເດືອນ ຝາກແບບປະຈໍາ ລົດຈັກ 2 ລໍ້ ຄັນລະ 150,000ກີບ/ເດືອນ ປະເພດລົດ 4 – 6 ລໍ້ ຄັນລະ 200,000 ກີບ/ ເດືອນ,
ດັ່ງນັ້ນ,ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຊາບ,ພ້ອມທັງໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດດ້ວຍ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...