spot_img
Homeຂ່າວຕ່າງປະເທດເກົາຫຼີປະເຊີນກັບຝົນຕົກໜັກ ນ້ຳໄຫຼຖ້ວມອຸໂມງໃຕ້ດິນ

ເກົາຫຼີປະເຊີນກັບຝົນຕົກໜັກ ນ້ຳໄຫຼຖ້ວມອຸໂມງໃຕ້ດິນ

Published on

ໃນວັນທີ 15 ກໍລະກົດ 2023 ທີ່ຜ່ານມາ, ເກີດເຫດຝົນຕົກໜັກຕໍ່ເນື່ອງໃນເກົາຫຼີໃຕ້ ເຮັດໃຫ້ນ້ຳລົ້ນອອກຈາກແມ່ນ້ຳ ແລະ ໄຫຼຖ້ວມໃນອຸໂມງໃຕ້ດິນ ເຮັດໃຫ້ຜູ້ຂັບຂີ່ລົດ ແລະ ລົດປະຈຳທາງຈຳນວນຫຼາຍຕິດຢູ່ໃນນັ້ນ.

 

ຕາມກາລາຍງານຂອງເຈົ້າໜ້າທີ່ໄດ້ລະບຸວ່າ: ມີລົດທັງໝົດ 15 ຄັນທີ່ຕິດຢູ່ໃນອຸໂມງໃຕ້ດິນທີ່ມີຄວາມຍາວ 685 ແມັດ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 13 ຄົນຈາກເຫດການນີ້, ຈຶ່ງເຮັດໃຫ້ເກົາຫຼີໃຕ້ມີຄົນເສຍຊີວິດລວມຈາກໄພພິບັດທັງໝົດ 40 ຄົນ ແລະ ສູນຫາຍ 9 ຄົນ ແລະ ອົບພະຍົບອອກຈາກພຶ້ນທີ່ອີກ 1 ໝື່ນຄົນ.

ເກົາຫຼີໃຕ້ປະເຊີນກັບຝົນຕົກໜັກ ເຊິ່ງກ່ອນໜ້ານີ້ມີເຫດການນ້ຳຖ້ວມດິນຖະຫຼົ່ມ ແລະ ໄຟຟ້າດັບເປັນບໍລິເວນກວ້າງ ໂດຍທາງສະມາຄົນອຸຕຸນິຍົມເກົາຫຼີໃຕ້ ສາມາດວັດແທກຈຳນວນຝົນທີ່ຕົກລົງມາໄດ້ເຖິງ 300 mm ຈາກປົກກະຕິແລ້ວເກົາຫຼີໃຕ້ຈະມີປະລິມານຝົນຢູ່ທີ່1,000-1,800 mm ຕະຫຼອດທັງປີ.

ທີ່ມາ: PPTV

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...