Homeຂ່າວຕ່າງປະເທດໄທແຈ້ງ! ຫ້າມນຳເຂົ້າໄສ້ກອກໝູ ສ່ຽງແພ່ເຊື້ອພະຍາດອະຫິວາໝູອາຟຣິກາ

ໄທແຈ້ງ! ຫ້າມນຳເຂົ້າໄສ້ກອກໝູ ສ່ຽງແພ່ເຊື້ອພະຍາດອະຫິວາໝູອາຟຣິກາ

Published on

ໃນວັນທີ 13 ກໍລະກົດ 2023 ທີ່ຜ່ານມາ, ຊຸດປະຕິບັດການທີມໝາດົມກິ່ນ ດ່ານກັກກັນສັດສະໜາມບິນສຸວັນນະພູມ ປະເທດໄທ ໄດ້ປະຕິບັດໜ້າທີ່ຢຶດ “ໄສ້ກອກໝູ” ຈຳນວນ 100 ອັນນ້ຳໜັກ 8.5 ກິໂລກຼາມ ລາຄາ 2000 ບາດ ຫຼື ປະມານ 1.114.000 ພັນກີບ ນຳເຂົ້າຈາກຕົ້ນທາງທີ່ສະໜາມບິນສາກົນ ເໝີຍລ່ານ ເມືອງໄຫໂຂ ປະເທດຈີນ.

ສ່ວນສາເຫດທີ່ບໍ່ສາມາດບໍລິໂພກໄດ້ເນື່ອງຈາກ ເປັນສິນຄ້າທີ່ມີຄວາມສ່ຽງປົນເປື້ອນ ເຊື້ອໂຣກລະບາດຂອງສັດເຊັ່ນ: ພະຍາດອະຫິວາອາຟຣິກາ (ASF) ເຊິ່ງຍັງບໍ່ໄດ້ຜ່ານການກວດຮັບຮອງສຸຂະອະນາໄມຈາກກົມປະຄຸສັດ ແລະ ຍັງບໍ່ໄດ້ອະນຸຍາດໃຫ້ນຳເຂົ້າປະເທດໄທ.

ທັງນີ້, ໂຣກລະບາດໃນໝູ ເຮັດໃຫ້ລາຄາໝູໃນຕະຫຼາດແພງຂຶ້ນເພາະໝູຕາຍ ແລະ ການນຳເຂົ້າຈະເກີດຄວາມສ່ຽງ ຕໍ່ການແພ່ເຊື້ອພະຍາດພາຍໃນປະເທດ, ເຊິ່ງກ່ອນໜ້ານີ້ກໍເກີດການລະບາດໃນຫຼາຍປະເທດເຊັ່ນ: ລາວ, ໄທ, ຈີນ ແລະ ຫວຽດນາມ.

ອ້າງອີງ: MGR Online

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...