Homeຂ່າວພາຍ​ໃນ6 ເດືອນຕົ້ນປີ 2023 ດ່ານສາກົນຂົວມິດຕະພາບລາວ-ໄທ 1 ສາມາດເກັບກຳຄົນເຂົ້າ-ອອກເມືອງ 1 ລ້ານກວ່າຄົນ

6 ເດືອນຕົ້ນປີ 2023 ດ່ານສາກົນຂົວມິດຕະພາບລາວ-ໄທ 1 ສາມາດເກັບກຳຄົນເຂົ້າ-ອອກເມືອງ 1 ລ້ານກວ່າຄົນ

Published on

ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ ປະຈຳດ່ານສາກົນຂົວມິດຕະພາບລາວ-ໄທ 1 ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ກວດຄົນ ແລະ ພະຫະນະເຂົ້າອອກເມືອງຜ່ານດ່ານຢ່າງເຂັ້ມງວດເຊິ່ງຕະຫຼອດ 6 ເດືອນຕົ້ນປີ 2023 ສາມາດເກັບກຳຄົນເຂົ້າ-ອອກເມືອງ 1 ລ້ານກວ່າຄົນ, ມີພະຫະນະເຂົ້າອອກ 1 ແສນກວ່າຄັນ.

ພທ ກິດ່ອນ ກິວົງໄຊ ຮອງຫົວໜ້າຄະນະຄຸ້ມຄອງດ່ານ, ຫົວໜ້າດ່ານ ຕມ ສາກົນ ຂົວມິດຕະພາບລາວໄທ 1 ໃຫ້ສຳພາດໃນວັນທີ 11 ກໍລະກົດ 2023 ນີ້ວ່າ:

1 ໄດ້ເອົາໃຈໃສ່ວຽກງານປ້ອງກັນຄວາມສະຫງົບ ເຊິ່ງຕິດພັນກັບວຽກງານການບໍລິການ ເຮັດໜ້າທີ່ຈັດແຈງເອກະສານກ່ຽວກັບຜູ້ໂດຍສານທີ່ເດີນທາງເຂົ້າອອກພາຍໃນດ່ານ.

2 ເລັງໃສ່ການອຳນວຍຄວາມສະດວກໃຫ້ກັບຜູ້ໂດຍສານ ກັບ ພະຫະນະ ເພື່ອບໍ່ໃຫ້ມີຄວາມແອອັດ, ສະນ້ນແລ້ວການບໍລິການ ແລະ ການເຮັດໜ້າທີ່ຂອງເຈົ້າໜ້າທີ່ແມ່ນອີງໃສ່ຕົວຊີ້ວັດ ໃນການຈັດຕັ້ງປະຕິບັດໜ້າທີ່ກໍຄືການບໍລິການ ຜູ້ໂດຍສານ 1 ທ່ານບໍ່ໃຫ້ເກີນ 1 ນາທີ ແລະ ຮັບປະກັນວຽກງານປ້ອງກັນຄວາມສະຫງົບ, ວຽກງານວິຊາສະເພາະ ຖືວ່າໃນໄລຍະ 6 ເດືອນຕົ້ນປີ 2023 ສາມາດບໍລິການສະເພາະພະຫະນະ 159,853 ຄັນ.

ການກຳນົດ ແລະ ວາງແຜນໃນມາດຕະການໃນການເຂົ້າອອກ ກໍມີກົດໝາຍເຂົ້າອອກ ແລະ ການຄຸ້ມຄອງຄົນຕ່າງປະເທດຢູ່ ສປປ ລາວ ກົດໝາຍສະບັບນີ້ຢູ່ໃນມາດຕາ 9-13 ສະເພາະຜູ້ທີ່ຈະເດີນທາງເຂົ້າອອກໃຫ້ປະຕິບັດຕາມກົດໝາຍ, ສຳລັບຜູ້ໂດຍສານທີ່ຈະເດີນທາງໄປຕ່າງປະເທດແມ່ນໃຫ້ປະຕິບັດຕາມກົດໝາຍຂອງປະເທດປາຍທາງ.

ສຳລັບຜູ້ທີ່ລະເມີດ ມີມາດຕະການປະຕິບັດກົດໝາຍເຂົ້າອອກ: ຖ້າຜູ້ໃດບໍ່ມີເອກະສານແມ່ນບໍ່ໃຫ້ອອກຈາກປະເທດເດັດຂາດ ແລະ ມາດຕະການຜູ້ທີ່ລັກລອບເຂົ້າ-ອອກ ແມ່ນຈະໄດ້ທຳການສຶບສວນ-ສອບສວນ ແລະ ເນັ້ນການສຶກສາອົບຮົມເປັນຫຼັກ ເພາະວ່າຢູ່ໃນກໍລະນີເບົາ ຖ້າກໍລະນີໜັກຈະສົ່ງໃຫ້ກອງບັນຊາການ ປກສ ນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງເປັນຜູ້ດຳເນີນຄະດີຕາມກົດໝາຍ ຕໍ່ກັບບັນຫາດັ່ງກ່າວໃນໄລຍະຜ່ານມາແມ່ນຍັງບໍ່ມີເທື່ອ ແລະ ຝາກເຖິງເວລາປິດຂອງດ່ານແມ່ນເວລາ 10:00 ໂມງແມ່ນປິດການສັນຈອນຫຼືການເຄື່ອນໄຫວຢູ່ທຸກໆດ່ານ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...