spot_img
Homeຂ່າວພາຍ​ໃນໄທກຽມຂຶ້ນທະບຽນ "ໝໍລຳ" ເປັນມໍລະດົກໂລກ

ໄທກຽມຂຶ້ນທະບຽນ “ໝໍລຳ” ເປັນມໍລະດົກໂລກ

Published on

ໄທຊຸກຍູ້ເອົາ “ໝໍລຳ” ຂຶ້ນທະບຽນເປັນມໍ​ລະ​ດົກ​ໂລກ​ຂອງ  UNESCO ຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ເດືອນ​ທັນ​ວາ​ປີນີ້.

ໃນ​ວັນ​ທີ 19 ພຶດ​ສະ​ພາ 2023 ໄຊ​ຍະ​ວັດ ໄຊ​ເວດ​ພິ​ສິດ ຮອງ​ຜູ້​ວ່າ​ຈັງ​ຫວັດ​ຣ້ອຍ​ເອັດ ປະ​ເທດ​ໄທ ເປັນ​ປະ​ທານ​ການ​ປະ​ຊຸມ​ເພື່ອ​ຊຸກ​ຍູ້​ໝໍ​ລຳ​ໃຫ້​ຂຶ້ນ​ທະ​ບຽນ​ມໍ​ລະ​ດົກ​ໂລກ​ທາງວັດ​ທະ​ນາ​ທຳທີ່​ຈັບ​ຕ້ອງບໍ່​ໄດ້ ​ຂອງ UNESCO.

ໂດຍທາງຈັງຫວັດຣ້ອຍເອັດ ໄດ້ອະນຸມັດຄ່າໃຊ້ຈ່າຍໃນງົບປະມານບໍລິຫານງານ ເພື່ອສະໜັບສະໜູນໃນການຂຶ້ນທະບຽນໃນຄັ້ງນີ້ ເປັນຈຳນວນ 200.000 ບາດ.

ທຸກຝ່າຍຕົກລົງເຫັນດີ ເພື່ອເປັນການຮັກສາວັດທະນະທຳໃຫ້ຄົງຢູ່ ອີກທັງສາມາດສ້າງເສດຖະກິດເຕີບໃຫຍ່ໄດ້ດີ ແຕ່ຂັ້ນຕອນໃນການຂຶ້ນທະບຽນເປັນມໍລະດົກໂລກນັ້ນ ມີຫຼາຍຂະບວນການ ເຊິ່ງຈະຕ້ອງດຳເນີນເອກະສານເຖິງ 23 ຂັ້ນຕອນ ທີ່ຕ້ອງໃຊ້ເວລາພໍສົມຄວນ.

ທັ້ງນີ້ ກໍໄດ້ຕັ້ງເປົ້າໝາຍໃຫ້ສຳເລັດພາຍໃນເດືອນທັນວາ ປີ 2023 ຫຼື ຊ້າສຸດແມ່ນເດືອນມີນາ ປີ 2024.

ນອກນີ້ ກໍຍັງມີຫຼາຍຢ່າງທີ່ກຳລັງດຳເນີນການຂຶ້ນທະບຽນເປັນມໍລະດົກໂລກເຊັ່ນ ງານປະເພນີສົງການ, ມວຍໄທ, ຕົ້ມຍຳກຸ້ງ ແລະ ງານປະເພນີລອຍກະທົງ.

ແຫຼ່ງຂ່າວ ປະຊາທຸລະກິດ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...