spot_img
Homeຂ່າວທ້ອງຖິ່ນຫົວໜ້າ​ພະແນກ ອຄ ​ແຂວງ​ຈໍາປາສັກ​ ລົງຕິດຕາມກວດກາ​ ​ການ​ຊື້-ຂາຍ​ ຢູ່ຕະຫຼາດໃໝ່ປາກເຊ

ຫົວໜ້າ​ພະແນກ ອຄ ​ແຂວງ​ຈໍາປາສັກ​ ລົງຕິດຕາມກວດກາ​ ​ການ​ຊື້-ຂາຍ​ ຢູ່ຕະຫຼາດໃໝ່ປາກເຊ

Published on

ໃນວັນທີ 6 ກໍລະກົດ​ 2023 ທີ່ຜ່ານມາ, ທ່ານ​ ບຸນຍະເດດ​ ທອງ​ສະຫວັນ​ ຫົວໜ້າ​ພະແນກ​ອຸດສາຫະກໍາ​ ແລະ​ ການຄ້າ​ແຂວງ​ຈໍາປາສັກ​ ສົມທົບກັບບໍລິສັດ​ ບໍລິການ​ ການຄ້າ​ປາກເຊ​ ແລະ​ ໜ່ວຍງານຈັດສັນຕະຫລາດ​ໃໝ່​ປາກເຊ ລົງເຄື່ອນໄຫວຕິດຕາມກວດກາ​ ແລະ​ ຊຸກຍູ້​ການ​ບໍ​ລິ​ການ​ຊື້-​ຂາຍ​ ຕາມຈຸດຊື້-ຂາຍຕ່າງໆ ພາຍໃນຕະຫລາດໃໝ່ປາກເຊ ເພື່ອເຮັດໃຫ້ການຄຸ້ມຄອງ​ການຊື້​-​ຂາຍ​ ໃຫ້ຖືກຕ້ອງຕາມລະບຽບການ ແນ່ໃສ່ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ທັງເຮັດໃຫ້​ສັງ ຄົມມີຄວາມຍຸຕິທຳ.​

ເຊິ່ງການຊື້​-ການຂາຍໃນລະດູຝົນ ເຫັນວ່າຫລຸດລົງ​ ໂດຍສະເພາະແມ່ນການຂາຍສະບຽງອາຫານ,​ ຜູ້ຄ້າ-ຂາຍ​ຈໍານວນ​ໜຶ່ງ​ ອອກໄປຂາຍຢູ່ຕາມແຄມທາງ ແລະ​ ພື້ນທີ່ຂອງຕົນເອງ.​ ພ້ອມນີ້​ ຍັງຍົກໃຫ້ເຫັນການຄຸ້ມຄອງການນໍາໃຊ້ຊິງຊັ່ງ​ ຂອງພໍ່ຄ້າ​-ແມ່ຄ້າຈໍານວນໜຶ່ງ ເປັນຕົ້ນ ການຂາຍປາ ທີ່ນໍາໃຊ້ຊິງຊັ່ງບໍ່ໄດ້ຕາມມາດຕະຖານເຕັກນິກ ການ​ນຳ​ໃຊ້ ໃນ​ການ​ບໍ​ລິ​ການ​ຊື້-ຂາຍ​ ພາຍໃນຕະຫລາດໃໝ່ປາກເຊ ເຊິ່ງໜ່ວຍງານທີ່ກ່ຽວຂ້ອງຂອງຕະຫລາດ ໄດ້ແນະນໍາຕັກເຕືອນ​ ແລະ​ ສຶກສາອົບຮົມ​ ຕໍ່ຜູ້ລະເມີດ ຖ້າເຮັດອີກ ກໍຈະໄດ້ດໍາເນີນ​ ຕາມລະບຽບການ.​

Cr.ໜັງສືພິມຈຳປາໃໝ່

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...