Homeຂ່າວພາຍ​ໃນສອງໂຄງການຂຸດຄົ້ນແຮ່ຫີນກຣານິດ ທີ່ແຂວງຊຽງຂວາງ ແລະ ແຂວງບໍລິຄຳໄຊ

ສອງໂຄງການຂຸດຄົ້ນແຮ່ຫີນກຣານິດ ທີ່ແຂວງຊຽງຂວາງ ແລະ ແຂວງບໍລິຄຳໄຊ

Published on

ໃນມື້ດຽວກັນ ພາຍໃນປະເທດມີການເຊັນສັນຍາກ່ຽວກັບການສຳປະທານການສຳຫຼວດ ຂຸດຄົ້ນແຮ່ຫີນກຣານິດ ທີ່ແຂວງຊຽງຂວາງ ແລະ ແຂວງບໍລິຄຳໄຊ.

ໃນວັນທີ 30 ມີຖຸນາ 2023 ທີ່ຫ້ອງປະຊຸມຂອງພະແນກແຜນການ ແລະ ການລົງທຶນ ແຂວງຊຽງຂາງ ຈັດພິທີເຊັນສັນຍາ ການສຳປະທານການລົງທຶນຂຸດຄົ້ນ ແລະສ້າງຕັ້ງໂຮງງານປຸງແຕ່ງຫີນກຣານິດ ລະຫວ່າງແຂວງຊຽງຂວາງ ແລະ ບໍລິສັດ ລັກກີສະໂຕນຈຳກັດຜູ້ດຽວ(Lueky stone sole Co.ltd), ການລົງທຶນຂຸດຄົ້ນ ແລະສ້າງຕັ້ງໂຮງງານປຸ່ງແຕ່ງຫີນກຣານິດຈະຕັ້ງຢູ່ບ້ານ ນາສົມ ແລະ ບ້ານປຽງ ເມືອງຄູນແຂວງຊຽງຂວາງ ມີເນື້ອທີ່ຂຸດຄົ້ນ ແລະ ສ້າງຕັ້ງໂຮງານປຸງແຕ່ງຫີນກຣານິດ ທັງໝົດ 4,5 ເຮັກຕ່າ, ມີອາຍຸສຳປະທານທັງໝົດ 30 ປີ ທີ່ໄດ້ຈະໄຊ້ງົບປະມານລົງທຶນທັງໝົດ 6 ລ້ານໂດລາສະຫະລັດ.

ໃນມື້ດຽວກັນທີ່ແຂວງບໍລິຄຳໄຊ ກໍມີ ພະແນກແຜນການ ແລະ ການລົງທຶນແຂວງບໍລິຄໍາໄຊ ເຊັນສັນຍາກັບ ບໍລິສັດ ສີລາ ເອັສພິ ຈໍາກັດຜູ້ດຽວ ກ່ຽວກັບການຊອກຄົ້ນ ແລະ ສໍາຫຼວດຫີນກຣານິດ ໂດຍໂຄງການຊອກຄົ້ນ ແລະ ສໍາຫຼວດຫີນກຣານິດ ຢູ່ເຂດບ້ານນາລຽງ ເມືອງປາກກະດິງ ໃນເນື້ອທີ່ປະມານ 4 ເຮັກຕາ ເຊິ່ງຈະນໍາໃຊ້ເວລາໃນການສໍາຫຼວດ 6 ເດືອນ ນັບແຕ່ມືລົງລາຍເຊັນເປັນຕົ້ນໄປ ເພື່ອແນ່ໃສ່ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໄດ້ດໍາເນີນໄປຢ່າງຖືກຕ້ອງຕາມລະບຽບກົດໝາຍ ແລະ ທ່ວງທັນຕາມເວລາທີໄດ້ກໍານົດໄວ້ ທັງສອງຝ່າຍຍັງໄດ້ລົງນາມເຊັນບົດບັນທຶກຮ່ວມກັນ.

ທັ້ງນີ້ ຫີນກຣານິດ ສາມາດພົບໄດ້ໃນທົ່ວໄປ ຖືກນຳມາໃຊ້ເປັນວັດສະດຸຫຼັກໃນການກໍ່ສ້າງເຮືອນ ທັງພາຍໃນ ແລະ ນອກອາຄານ ປັດຈຸບັນຫີນກຣານິດໄດ້ຫັນມານຳໃຊ້ໃນຮູບແບບເຟີນິເຈີພາຍໃນເຮືອນເຊັ່ນ ໂຕະ ຕັ່ງ ຫຼື ຈະນຳມາແປຮູບເປັນກະໂລ້ ແລະ ອື່ນໆ.

ແຫຼ່ງຂ່າວ ໜັງສືພິມຊຽງຂວາງມີໄຊ, ໜັງສືພິມບໍລິຄຳໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...