spot_img
Homeຂ່າວພາຍ​ໃນສສຊ ປະກອບຄຳເຫັນກ່ຽວກັບ ການຫັນໂຮງໝໍກຸ້ມຕົນເອງຈະເຮັດໃຫ້ ຄ່າປິ່ນປົວສູງຂຶ້ນ ແລະ ການບໍລິການຂອງແພດໝໍຍັງບໍ່ເປັນທີ່ພໍໃຈຂອງສັງຄົມ

ສສຊ ປະກອບຄຳເຫັນກ່ຽວກັບ ການຫັນໂຮງໝໍກຸ້ມຕົນເອງຈະເຮັດໃຫ້ ຄ່າປິ່ນປົວສູງຂຶ້ນ ແລະ ການບໍລິການຂອງແພດໝໍຍັງບໍ່ເປັນທີ່ພໍໃຈຂອງສັງຄົມ

Published on

ທ່ານ ບຸນລ້ອມ ແກ້ວບົວໂຮມ ສສຊ ເຂດເລືອກຕັ້ງທີ 7 ແຂວງ ໄຊຍະບູລີ ປະກອບຄຳເຫັນກ່ຽວກັບ ການຫັນໂຮງໝໍກຸ້ມຕົນເອງຈະເຮັດໃຫ້ ຄ່າປິ່ນປົວສູງຂຶ້ນ, ການບໍລິການຂອງແພດໝໍ ຍັງບໍ່ເປັນທີ່ພໍໃຈຂອງສັງຄົມ.

ຕໍ່ບັນຫາການຫັນໂຮງໝໍໃຫ້ໄປກຸ້ມຕົນເອງ, ເພື່ອສ້າງລາຍຮັບໃຫ້ແກ່ໂຮງໝໍດ້ວຍການເກັບຄ່າໃຊ້ຈ່າຍກັບຜູ້ໄປໃຊ້ບໍລິການຫຼາຍຂຶ້ນ ມັນເປັນການສ້າງພາລະຕໍ່ປະຊາຊົນຜູ້ມີລາຍໄດ້ໜ້ອຍ.

ອີກບັນໜຶ່ງ ກ່ຽວກັບສະພາບບໍລິການປິ່ນປົວທີ່ມີຫາງສຽງກ່ຽວກັບການບໍລິການຂອງແພດໝໍ ຈາກການເກັບຂໍ້ມູນຢູ່ໃນ 3 ໂຮງໝໍສູນກາງຄື ໂຮງໝໍມະຫໍສົດ, ເສດຖາຖິລາດ ແລະ ມິດຕະພາບ ຈາກກຸ່ມຕົວຢ່າງ 150 ເຫັນວ່າຄວາມບໍ່ເພິງພໍໃຈນັ້ນສູງເຖິງ 66,6% ໂດຍສະເພາະແມ່ນຕໍ່ຜູ້ທີ່ໃຫ້ບໍລິການຮັບຕ້ອນ ຫຼື ການໃຫ້ຄຳແນະນຳຂອງແພດໝໍ ແມ່ນເວົ້າຈາບໍ່ມ່ວນ.

ສຳລັບຄ່າບໍລິການ ຜົນຈາກການເກັບຂໍ້ມູນແມ່ນເໝາະສົມແລ້ວ 68% ແລະ ຄົນເຈັບແມ່ນໄປຊື້ຢາຢູ່ນອກ 78% ນີ້ເປັນບັນຫາໜຶ່ງທີ່ສ້າງຄວາມຫຍຸ້ງຍ້າງຕໍ່ຜູ້ມາໃຊ້ບໍລິການ.

ຮຽບຮຽງໂດຍ ລາວໂພສ

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...