spot_img
Homeຂ່າວທ້ອງຖິ່ນເສດຖະກິດວຽດນາມກຳລົງຕົກຕ່ຳລົງ

ເສດຖະກິດວຽດນາມກຳລົງຕົກຕ່ຳລົງ

Published on

ໜັງສືພິມທ້ອງຖິ່ນຂອງຫວຽດ Vietnam News ລາຍງານການຄາດໝາຍຂອງນັກວິເຄາະລະບຸວ່າ ເສດຖະກິດວຽດນາມກຳລົງຕົກຕ່ຳ ແຕ່ຍັງບໍ່ຕົກຕ່ຳທີ່ສຸດ ເຖິງວ່າຈະມີມາດຕະການອອກມາກະຕຸ້ນເພື່ອຍຸກຊູ້ຄວາມເຊື່ອໝັ້ນໃນທາງທຸລະກິດກໍຕາມ.

ອີງຕາມສຳນັກງານສະຖິຕິແຫ່ງຊາດຫວຽດນາມ ໄດ້ລະບຸວ່າ: ມູນຄ່າມາສົ່ງອອກຫວຽດນາມ ໃນເດືອນພຶດສະພາ 2023 ເມື່ອປຽບທຽບເປັນປີ ຫຼຸດລົງ 5,86% ແລະ ເມື່ອທຽບກັບເດືອນເມສາ 2023 ຫຼຸດລົງ 17,2% ນີ້ແມ່ນການສົ່ງອອກຂອງຫວຽດນາມທີ່ຫຼຸດລົງເປັນເດືອນທີ 4 ແລ້ວໃນປີນີ້ ເຮັດໃຫ້ມີຄວາມສ່ຽງເພີ່ມຂຶ້ນທີ່ເສດຖະກິດຫວຽດນາມຈະຂະຫຍາຍຊ້າລົງ ໃນຂະນະທີ່ຫວຽດນາມກຳລັງຕໍ່ສູ້ກັບວິກິດໃນພາກອະສັງຫາລິມະຊັບທ້ອງຖິ່ນ.

ທັ້ງນີ້ ມູນຄ່າການສົ່ງອອກຂອງຫວຽດນາມໃນທີ່ຫຼຸດລົງໃນເດືອນພຶດສະພາ ມູນຄ່າການນຳເຂົ້າກໍຫຼຸດລົງ 18,4% ໃນເດືອນດຽວ.

ການຄ້າໂລກທີ່ຢູ່ໃນຂາລົງ ກຳລັງສົ່ງຜົນກະທົບຕໍ່ປະເທດທີ່ມີເສດຖະກິດອາໄສໃນການສົ່ງອອກທົ່ວອາຊີ ບໍ່ວ່າຈະແມ່ນຫວຽດນາມ ສິງກະໂປ ຫຼື ໄຕ້ຫວັນ ຢູ່ໃນພາວະເສດຖະກິດຖອຍລົງ ແລະ ກຳໄລໜ້ອຍກວ່າທີ່ຄາດການໄວ້ ເນື່ອງຈາກຈີນກັບມາເປີດເສດຖະກິດອີກຄັ້ງ.

ນອກນີ້ ຍັງມີລາຍງານລະບຸວ່າ ຕົ້ນທຶນການຜະລິດຫວຽດນາມຍັງສູງຂຶ້ນເຊິ່ງເປັນຜົນຈາກອັດຕາເງິນເຟີ້ ແລະ ອຸປະສົງທີ່ຫຼຸດລົງ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...