Homeຂ່າວພາຍ​ໃນອຸບັດຕິເຫດ​ກ້ອນຫິນເຈື່ອນຕົກໃສ່ລົດຈັກ

ອຸບັດຕິເຫດ​ກ້ອນຫິນເຈື່ອນຕົກໃສ່ລົດຈັກ

Published on

ປະຊາຊົນສັນຈອນຕາມພູຢູ່ຫຼວງພະບາງ ຖືກຫິນເຈື່ອນໃສ່ຫົວໄດ້ຮັບບາດເຈັບພໍສົມຄວນ.

ວັນ​ທີ​ 25 ມິຖຸນາ 2023 ເວລາ​ 13:39 ນາທີ ພົບ​ອຸບັດຕິເຫດ​ຢູ່ເສັ້ນທາງ​ ບ້ານວຽງໃໝ່ ນະຄອນຫຼວງພະບາງ ແຂວ​ງຫຼວງພະບາງ​ ຜ​ູ້ບາດເຈັບ 1 ຄົນ ເພດຍິງ ອາການ​ບາດເຈັບ​ ມີບາດແຜຈີກຢູ່ໜ້າຜາກເບື້ອງຊ້າຍ.

ໂດຍຕາມເສັ້ນທາງນັ້ນ ພົບວ່າສອງຝາກທາງເປັນຫິນພູ ເຊິ່ງໃນລະດູຝົນນີ້ ນ້ຳຝົນກັດເຊາະຫິນພູ ເຮັດໃຫ້ອາດມີຫິນກ້ອນນ້ອຍ-ໃຫຍ່ຕົກລົງມາໃສ່ຫົນທາງ.

ສະນັ້ນ ຈຶ່ງຢາກເຕືອນປະຊາຊົນທີ່ສັນຕອນເສັ້ນທາງພູ ຈົ່ງລະມັດລະວັງໃນການສັນຈອນ ຄວນໃສ່ມວກກັນນັອກເພື່ອຄວາມປອດໄພ.

ແຫຼ່ງຂ່າວ ອົງການກາແດງ ຫຼວງພະບາງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...