spot_img
Homeຂ່າວຕ່າງປະເທດຮັກສາຄວາມປອດໄພຢ່າງເຂັ້ມງວດ ຫຼັງຈາກທະຫານຮັບຈ້າງບຸກເຂົ້າເມືອງ

ຮັກສາຄວາມປອດໄພຢ່າງເຂັ້ມງວດ ຫຼັງຈາກທະຫານຮັບຈ້າງບຸກເຂົ້າເມືອງ

Published on

ທາງການຣັດເຊຍວາງກຳລັງຢ່າງເຂັ້ມງວດ, ພ້ອມຍົກລະດັບຄວາມປອດໄພພາຍໃນປະເທດ ພາຍຫຼັງກຸ່ມທະຫານຮັບຈ້າງວາກເນີ ປະກາດວ່າໄດ້ນຳເອົາກຳລັງເຂົ້າໄປຍັງຊາຍແດນຣັດເຊຍແລ້ວ.

ສຳນັກຂ່າວ ຕ່າງປະເທດ ລາຍງານວ່າ: ໃນນະຄອນຫຼວງຂອງປະເທດເຕັມໄປດ້ວຍລົດຫຸ້ມເກາະ ແລະ ລົດບັນທຸກກຳລັງທະຫານ ໃນວັນທີ 23 ມິຖຸນາ ທີ່ຜ່ານມາ, ພາຍຫຼັງ ເຢເກນີ ປິໂກຊິນ (ມະຫາເສດຖີຄົນຣັດເຊຍທີ່ເຄີຍໃກ້ສິດກັບ ທ່ານ ປູຕິນ ປະທານາທິບໍດີ ຣັດເຊຍ) ເຊິ່ງເປັນຜູ້ນຳພາ ແລະ ປະກາດໃນການບຸກເຂົ້າຊາຍແດນຣັດເຊຍໃນຄັ້ງນີ້ ເປັນການບຸກຂ້າມມາຈາກຊາຍແດນຢູເຄຣນເຂົ້າມາໃນເມືອງຮອດຕໍ (Rostov on don) ແລະ ພ້ອມຈະໃຊ້ກຳລັງກັບກຸ່ມທີ່ຕໍ່ຕ້ານ, ໂດຍປະກາດເປັນຄຣີບຜ່ານສື່ສັງຄົມອອນລາຍ.

ສຳລັບປະຊາຊົນທີ່ອາໃສຢູ່ໃກ້ຊາຍແດນຢູເຄຣນ ແລະ ພື້ນທີ່ດັ່ງກ່າວ ແມ່ນໃຫ້ຢູ່ພາຍໃນບ້ານ ແລະ ບາງບ່ອນກໍມີການກຳນົດການນຳໃຊ້ອິນເຕີເນັດ.

ເຢເກນີ ປິໂກຊິນ ແຈ້ງສາເຫດການເຄື່ອນໄຫວໃນຄັ້ງນີ້ເກີດຂຶ້ນ ໂດຍກ່າວວ່າຜູ້ບັນຊາການທະຫານຣັດເຊຍໄດ້ໃຊ້ປະຕິບັດທາງອາກາດທຳຮ້າຍຄົນຂອງລາວ ແລະ ຍັງເວົ້າວ່າລາວເປັນຄົນຕໍ່ຕ້ານ ແລະ ຫຼັງຫັກປະເທດ, ເຊິ່ງລາວກໍແຈ້ງວ່າ ໄດ້ຍິງເຮືອບິນຂອງຝ່າຍກົງກັນຂ້າມຕົກໄປແລ້ວ 1 ລຳ, ເຊິ່ງທາງການຣັດເຊຍກໍໄດ້ອອກມາປະຕິເສດການວ່າ ບໍ່ໄດ້ໂຈມຕີກອງກຳລັງຂອງ ເຢເກນີ ປິໂກຊິນ.

ປັດຈຸບັນ, ລັດຖະບານຣັດເຊຍໄດ້ສັ່ງກັກໂຕ ເຢເກນີ ປິໂກຊິນ ພ້ອມຕັ້ງຂໍ້ຫາວ່າ ມີແນວຄິດໂນ້ມນ້າວໃຫ້ເກີດມີການຕໍ່ຕ້ານລັດຖະບານຣັດເຊຍ.

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...