spot_img
Homeຂ່າວຕ່າງປະເທດໄທຍຶດເຄື່ອງສຳອາງທີ່ຈະລັກລອບສົ່ງມາລາວ

ໄທຍຶດເຄື່ອງສຳອາງທີ່ຈະລັກລອບສົ່ງມາລາວ

Published on

ເຈົ້າໜ້າທີ່ມຸກດາຫານສາມາດຍຶດເຄື່ອງສຳອາງທີ່ລັກລອບສົ່ງມາລາວມູນຄ່າຫຼາຍກວ່າ 300.000ບາດ.

ໃນວັນທີ 22 ມິຖຸນາ 2023 ຕາມການລາຍງານໄດ້ຮູ້ວ່າ: ເຈົ້າໜ້າທີ່ໄທໄດ້ຮັບແຈ້ງວ່າມີການລັກລອບສົ່ງສິນຄ້າສົ່ງອອກ ໄປຫາລາວ ທີ່ບໍລິເວນແຄມຝັ່ງແມ່ນ້ຳຂອງ ຈັງຫວັດມຸກດາຫານ ປະເທດໄທ ຈຶ່ງໄດ້ມີການປະສານເຈົ້າໜ້າທີ່ສະຖານີເຮືອມຸກດາຫານ ແລ້ວລົງພື້ນທີ່ຕາມທີ່ໄດ້ຮັບແຈ້ງ.

ຫຼັງລົງຕິດຕາມໄດ້ບໍ່ດົນ ເຈົ້າໜ້າທີ່ກໍໄດ້ພົບກຸ່ມຊາຍຈຳນວນ 3-4 ຄົນ ກຳລັງຂົນເຄື່ອງຈາກລົດບັນທຸກໄປໃສ່ໃນເຮືອນ້ອຍ ທີ່ຈອດຖ້າຢູ່ແຄມຝັ່ງ, ເຈົ້າໜ້າທີ່ຈຶ່ງໄດ້ມີການເຂົ້າສະແດງໂຕເພື່ອກວດສອບ ເມື່ອກຸ່ມຊາຍດັ່ງກ່າວ ແລະ ຄົນຂັບເຮືອເຫັນເຈົ້າໜ້າທີ່ ພວກກ່ຽວກໍໄດ້ພາກັນໂດດລົງນ້ຳຂອງເພື່ອຫຼົບໜີ.

ຈາກການກວດສອບສິ່ງຂອງທີ່ຍຶດມາໄດ້ພົບສິນຄ້າອຸປະໂພກ, ບໍລິໂພກ, ເຄື່ອງສຳອາງ ຈຳນວນ 28 ກ່ອງ, ຢາງລົດໃຫຍ່ທີ່ໃຊ້ແລ້ວຈຳນວນ 29 ເສັ້ນ ແລະ ເຮືອເຫຼັກພ້ອມເຄື່ອງຈັກທີ່ສາມາດບັນທຸກສິນຄ້າໄດ້ປະມານ 30 ໂຕນ ມູນຄ່າລວມຫຼາຍກວ່າ 300.000ບາດ.

ແຫຼ່ງຂ່າວ mgronline

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...