Homeຂ່າວພາຍ​ໃນງານແຂ່ງຂັນຮາຟມາຣາທອນ ສາມຫຼ່ຽມຄຳ ຄັ້ງທີ 3 ປີ 2023

ງານແຂ່ງຂັນຮາຟມາຣາທອນ ສາມຫຼ່ຽມຄຳ ຄັ້ງທີ 3 ປີ 2023

Published on

ງານແຂ່ງຂັນຮາຟມາຣາທອນ ສາມຫຼ່ຽມຄຳ ຄັ້ງທີ 3 ປີ 2023 ຊີງເງິນລາງວັນລວມ 1.375.000.000 ກີບ. ເຊິ່ງຈະຈັດຂຶ້ນຢ່າງຍິງໃຫຍ່ໃນວັນຕ້ານຢາເສບຕິດສາກົນຄົບຮອບ 36 ປີ ວັນທີ 26 ມິຖຸນາ 2023 ນີ້ ທີ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ. ເພື່ອເປັນການສົ່ງເສີມກິລາ, ການທ່ອງທ່ຽວ ແລະ ຕ້ານຢາເສບຕິດ. ໃນໂອກາດດັ່ງກ່າວ ຍັງມີການເຜີຍແຜ່ຜົນຮ້າຍຂອງສິ່ງເສບຕິດ ໃຫ້ແກ່ນ້ອງນັກຮຽນ, ຂະບວນນ້ອງນັກຮຽນຊົມຫໍວາງສະແດງຕ້ານຢາເສບຕິດ, ການຕ້ອນຮັບໜ່ວຍປະຕິບັດກົດໝາຍ ລາດຕະເວນຕາມລຳແມ່ນ້ຳຂອງ ລາວ, ຈີນ, ມຽນມາ, ໄທ ແລະ ກິດຈະກຳທີ່ຕິດພັນກັບການທ່ຽວທ່ຽວອື່ນໆອີກ.

ບັນດາຂະແໜງການ, ຫົວໜ່ວຍທຸລະກິດ, ພົນລະເມືອງທີ່ອາໄສຢູ່ພາຍໃນເຂດເສດຖະກິດ ພິເສດສາມຫຼ່ຽມຄຳ ແລະ ເຂດປີ່ນອ້ອມ ເຂົ້າຮ່ວມງານແລ່ນມາຣາທອນ ຄັ້ງທີ 3 ທີ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໃນການແຂ່ງຂັນໃນຄັ້ງນີ້ ຈະແບ່ງເປັນ 3 ປະເພດຄືິ: ຮາຟມາຣາທອນ, ມິນິມາຣາທອນ ແລະ ແລ່ນເພື່ອຄວາມຮັກ(5.2km).
ໃນການແລ່ນ 5,2km ນີ້ຈະໄດ້ແລ່ນເປັນກຸ່ມ ທ່ານສາມາດແລ່ນເປັນຄອບຄົວ,​ ຄູ່ຮັກ ແລະ ໝູ່ເພື່ອນຮ່ວມງານ (ໃນແຕ່ລະກຸ່ມຢ່າງນ້ອຍ 2 ຄົນຂື້ນໄປ) ເພື່ອເປັນການສ້າງຄວາມສາມັກຄີປອງດອງລະຫວ່າງຄົນຮັກ, ໝູ່ເພື່ອນຮ່ວມງານ, ຄອບຄົວ, ນອກນັ້ນກໍ່ເພື່ອເປັນການສ້າງບັນຍາກາດພາຍໃນເຂດໃຫ້ຂະບວນການຝົດຟື້ນອີກດ້ວຍ.
ເສັ້ນທາງໃນການແຂ່ງຂັນຄື: ຈຸດອອກໂຕ (ທາງເຂົ້າໂຮງແຮມດາວດອກງິິິ້ວຄຳ) – ອອກຈາກປະຕູທີ 4 ແລ້ວລ້ຽວຊ້າຍ-ໄປອ້ອມວົງວຽນແລ້ວກັບຄືນມາທາງຈຸດເສັ້ນໄຊ.

ສຳລັບກິດຈະກຳພາຍໃນງານ:
ວັນທີ 22 ມິຖຸນາ:​ ໝົດກຳນົດໃນການລົງທະບຽນ ແລະ ສະຫຼຸບການລົງທະບຽນທັງໝົດ.
ວັນທີ 24-25 ມິຖຸນາ: ຮັບເສື້ອໃນການແຂ່ງຂັນ ແລະ ປ້າຍທະບຽນ (ສະຖາທີ່: ທາງເຂົ້າໂຮງແຮມດາວດວງງິ້ວຄຳລ້ຽວຊາຍມື)
ວັນທີ 26 ມິຖຸນາ ເວລາ 4:30-5:00 ເກັບຮັກສາກະເປົ່າ
ເວລາ 5:00-5:40 ພິທີເປີດ, ກວດກາຜູ້ລົງທະບຽນ, ອົງການຈັດຕັ້ງຕ່າງໆ, ເຂົ້າຮ່ວມການແຂ່ງຂັນ.
ເວລາ 9:00-10:00 ພິທີມອບລາງວັນ.
ລາງວັນຄື: 50 ຄູ່ທຳອິດທີ່ເຂົ້າເສັ້ນໄຊຈະໄດ້ຮັບລາງວັນຈາກກຸ່ມບໍລິສັດ.
ທຸກທ່ານສາມາດລົງທະບຽນໄດ້ແລ້ວຕອນນີ້ ສາມາດລົງທະບຽນໄດ້ທີີ່ເບີ 0209732143

ເປີດສະໝັກຕັ້ງແຕ່ມື້ນີ້ຈົນເຖິງ ວັນທີ 20 ມິຖຸນາ 2023

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...