spot_img
Homeຂ່າວຢາເສບຕິດປະຕິບັດວາລະແຫ່ງຊາດ 2 ປີກວ່າ ແກ້ໄຂຄະດີຢາເສບຕິດໄດ້ 9 ພັນກວ່າເລື່ອງ.

ປະຕິບັດວາລະແຫ່ງຊາດ 2 ປີກວ່າ ແກ້ໄຂຄະດີຢາເສບຕິດໄດ້ 9 ພັນກວ່າເລື່ອງ.

Published on

ໃນໄລຍະເດືອນກໍລະກົດ 2021 ຫາ ເດືອນມິຖຸນາ 2023, ໃນຂອບເຂດທົ່ວປະເທດສາມາດແກ້ໄຂມ້າງລາຍຄະດີຢາເສບຕິດ ໄດ້ທັງໝົດ 9.515 ເລື່ອງ, ຈັບຜູ້ຖືກຫາໄດ້ 13.935 ຄົນ ແລະ ຢຶດຂອງກາງຢາເສບຕິດໄດ້ຫຼາຍລາຍການ.

ສະຫາຍ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີ ຫົວ ໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ ລາຍງານ ການເຄື່ອນໄຫວຈັດຕັ້ງປະຕິບັດວາ ລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປີ 2021-2023 ໃນໄລຍະແຕ່ເດືອນ ກໍລະກົດ 2021 ຫາເດືອນມິຖຸນາ 2023 ແລະ ທິດທາງແຜນການໃນປີ 2023 ຕໍ່ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ V ໃນວັນທີ 20 ມິຖຸນາ ວ່າ: ໂດຍສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 02/ກມສພ ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກແຕ່ ລະຂັ້ນຕໍ່ການແກ້ໄຂບັນຫາຢາເສບຕິດ, ມະຕິ 04/ສພຊ ຂອງສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023); ຄໍາສັ່ງເລກທີ 19/ນຍ; ກະຊວງປ້ອງກັນຄວາມສະຫງົບໄດ້ເປັນໃຈ ກາງໃນການນໍາພາເຄື່ອນໄຫວຈັດຕັ້ງປະຕິບັດວາລະແຫ່ງຊາດຕາມ 6 ວຽກຈຸດສຸມໃນໄລຍະແຕ່ເດືອນ ກໍລະກົດ 2021 ຫາ ເດືອນ ມິຖຸນາ 2023 ໃນໄລຍະເດືອນກໍລະ ກົດ2021 ຫາ ເດືອນມິຖຸນາ 2023 ໃນຂອບເຂດທົ່ວປະເທດສາມາດແກ້ໄຂມ້າງລາຍຄະດີຢາເສບຕິດ ໄດ້ທັງໝົດ 9.515 ເລື່ອງ, ຈັບຜູ້ຖືກຫາໄດ້ 13.935 ຄົນ ຍິງ 1.588 ຄົນ, ຄົນຕ່າງປະເທດ283 ຄົນ ຍິງ 17 ຄົນ, ຍຶດຢາບ້າ ໄດ້ 285.085.327 ເມັດ, ຢາບ້າເປັນຝຸ່ນ 59,52 ກິໂລກຣາມ ນໍ້າໜັກ 28.568,05 ກິໂລຣາມ, ຢາໄອສ໌ 7.193,38 ກິໂລກຣາມ, ເຮໂຣອິນ 507,12 ກິໂລກຣາມ, ຄັນຊາ 20.214,41 ກິໂລກຣາມ, ຢາຝິ່ນ 380,32 ກິໂລກຣາມ, ຢາອີ 5.689 ເມັດ ກັບ 20 ກິໂລກຼາມ ( ຢາອີເປັນຝຸ່ນ 0,08 ກິໂລກຼາມ ), ແປ້ງຝຸ່ນປະສົມຢາເສບຕິດ 51.153,62 ກິໂລກຣາມ, ເຄຕາມິນ 2.558,79 ກິໂລກຣາມ, ໂຄເຄນ 3 ກິໂລກຼາມ, ຄາເຟອິນ 168 ກຣາມ, ນໍ້າຢາສານເຄມີ 10,84 ກຣາມ ແລະ ນໍ້າກົດ 9.400 ລິດ, ຍຶດລົດໃຫຍ່ໄດ້ 319 ຄັນ, ລົດຈັກ 1.573 ຄັນ, ເຮືອ 5 ລໍາ.

ນອກນີ້, ຍັງໄດ້ລົງສຳຫຼວດເນື້ອທີ່ລັກລອບປູກຝິ່ນ ແຕ່ເດືອນກໍລະກົດ 2021 ຫາ ເດືອນມີນາ 2023 ຢູ່ 9 ແຂວງພາກເໜືອ ກວດພົບເຫັນສວນຝິ່ນ 3.655 ກວ່າຕອນ ແລະ ໄດ້ລົງທໍາລາຍຖິ້ມ ຈຳນວນ 1.366,7 ເຮັກຕາ; ໄດ້ສັງລວມສະຖິຕິຜູ້ຕິດຢາເສບຕິດເຂົ້າປິ່ນປົວຢູ່ ສູນບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ 13 ແຫ່ງ, ມີທັງໝົດ 10.900 ຄົນ ຍິງ 361 ຄົນ; ໃນນັ້ນ, ມີຜູ້ທີ່ປິ່ນປົວດີແລ້ວກັບຄືນບ້ານມີທັງໝົດ 5.734 ຄົນ ຍິງ 209 ຄົນ, ສືບຕໍ່ປິ່ນປົວ 2.994 ຄົນ ຍິງ 104 ຄົນ.

Cr.ຄວາມສະຫງົບ Lao Security News

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...