Home​ຂ່າວທ່ອງທ່ຽວສະໜາມບິນໜອງຄ້າງເຮັດໃຫ້ການທ່ອງທ່ຽວຢູ່ແຂວງຫົວພັນຄຶກຄື້ນກວ່າເກົ່າ

ສະໜາມບິນໜອງຄ້າງເຮັດໃຫ້ການທ່ອງທ່ຽວຢູ່ແຂວງຫົວພັນຄຶກຄື້ນກວ່າເກົ່າ

Published on

ນັກທ່ອງທ່ຽວໃຫ້ຄວາມສົນໃຈເດີນທາງໄປທ່ອງທ່ຽວຢູ່ແຂວງຫົວພັນ ນັບມື້ເພີ່ມຂຶ້ນ ໂດຍສະເພາະນັບແຕ່ເປີດ ນໍາໃຊ້ສະໜາມບິນໜອງຄ້າງຢູ່ເມືອງຊໍາເໜືອ ແຕ່ກາງເດືອນພຶດສະພາ ປີ 2023 ນີ້ເປັນຕົ້ນມາ. ຂະນະທີ່ອົງການປົກຄອງແຂວງກຽມພັດທະນາຫລາຍແຫລ່ງທ່ອງທ່ຽວໃຫ້ໄດ້ມາດຕະຖານ ແລະ ດຶງດູດໃຈນັກທ່ອງທ່ຽວກວ່າເກົ່າ.

ທ່ານ ນາງ ມະໄລທອງ ບຸນຍາໄຊ ຫົວໜ້າຂະແໜງທ່ອງທ່ຽວ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ຫົວພັນໃຫ້ຮູ້ວ່າ: ນັບແຕ່ເປີດນໍາໃຊ້ສະໜາມບິນໜອງຄ້າງ, ມາຮອດປັດຈຸບັນມີ 2 ສາຍການບິນທີ່ບໍລິການຖ້ຽວບິນຈາກນະຄອນຫລວງວຽງຈັນ-ຊໍາເໜືອ, ເຊີ່ງແຕ່ລະຖ້ຽວມີນັກທ່ອງທ່ຽວໃຊ້ບໍລິການເປັນຈໍານວນຫລາຍເຮັດໃຫ້ການທ່ອງທ່ຽວພາຍໃນແຂວງຫົວພັນຄຶກຄື້ນຂຶ້ນຫລາຍເມື່ອທຽບໃສ່ເມື່ອກ່ອນ, ໃນນີ້ ສ່ວນໃຫຍ່ແມ່ນນັກທ່ອງທ່ຽວພາຍໃນປະເທດທີ່ໄປເປັນຄອບຄົວ ແລະ ເປັນກຸ່ມ, ສ່ວນນັກທ່ອງທ່ຽວຕ່າງປະເທດຍັງມີໜ້ອຍ, ນັບແຕ່ເປີດນໍາໃຊ້ສະໜາມດັ່ງກ່າວມາຮອດປັດຈຸບັນເຖີງວ່າຍັງບໍ່ທັນເກັບກໍາຕົວສະຖິຕິໄດ້ຢ່າງລະອຽດ, ແຕ່ເຫັນວ່າມີນັກທ່ອງທ່ຽວເພີ່ມຂຶ້ນຢ່າງຫລວງຫລາຍ, ເຊີ່ງຫລັງຈາກເດີນທາງຮອດເມືອງຊໍາເໜືອແລ້ວ ນັກທ່ອງທ່ຽວໄດ້ເໝົາລົດຕູ້ໄປທ່ຽວຢູ່ສະຖານທີ່ທ່ອງທ່ຽວສໍາຄັນຕ່າງໆ ພາຍໃນແຂວງ ແລະ ບາງກຸ່ມເດີນທາງໄປທ່ຽວຕໍ່ທີ່ຫວຽດນາມ.

ຫົວໜ້າຂະແໜງທ່ອງທ່ຽວ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ຫົວພັນໃຫ້ຮູ້ຕື່ມວ່າ: ເພື່ອດຶງດູດນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວແຂວງຫົວພັນນັບມື້ເພີ່ມຂຶ້ນ, ຂະແໜງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວພວມສຸມໃສ່ພັດທະນາແຫລ່ງທ່ອງທ່ຽວໃນຫລາຍດ້ານ ເປັນຕົ້ນ:ກໍາລັງສະເໜີຕໍ່ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເພື່ອພັດທະນາແຫລ່ງທ່ອງທ່ຽວຫລາຍແຫ່ງ ໂດຍສະເພາະແມ່ນແຫລ່ງທ່ອງທ່ອງທາງຍຸດທະສາດ ພູຜາຖີ່ໃຫ້ສາມາດແຂ່ງຂັນ ແລະ ເຊື່ອມຕໍ່ກັບປະເທດໃກ້ຄຽງ, ຖໍ້າປະຫວັດສາດຢູ່ເມືອງວຽງໄຊ ແລະ ປັບປຸງທາງເຂົ້າສວນອຸທິຍານຫີນຕັ້ງຢູ່ເມືອງຫົວເມືອງ, ສົ່ງເສີມການທ່ອງທ່ຽວໃນໂອກາດງານດອກຄາຍປ່າ, ພ້ອມທັງປູກຕົ້ນດອກຄາຍປ່າລຽບເສັ້ນທາງແຕ່ສະໜາມບິນໜອງຄ້າງຫາເທດສະບານແຂວງ 1 ໝື່ນເບ້ຍເພື່ອຄວາມສວຍງາມແລະອື່ນໆ.

ສໍາລັບຈໍານວນນັກທ່ອງທ່ຽວທີ່ເດີນທາງເຂົ້າໄປທ່ອງທ່ຽວຢູ່ແຂວງຫົວພັນ ໃນໄລຍະ 4 ເດືອນ ນັບແຕ່ເດືອນ ມັງກອນ ຫາ ເດືອນເມສາຜ່ານມາ ມີນັກທ່ອງທ່ຽວເດີນທາງໄປທ່ອງທ່ຽວແຂວງ ຫົວພັນປະມານ 18.800 ກວ່າຄົນ.ໃນນີ້ ມີນັກທ່ອງທ່ຽວພາຍໃນ 7.200 ກວ່າຄົນ ແລະ ຕ່າງປະເທດ 11.600 ກວ່າຄົນ ເມື່ອທຽບໃສ່ແຜນການ 6 ເດືອນຕົ້ນປີ 2023 ປະຕິບັດໄດ້ເກືອບ 71 ສ່ວນຮ້ອຍ, ສ້າງລາຍຮັບໃຫ້ໄດ້ 12 ຕື້ 800 ກວ່າລ້ານກີບເທົ່າກັບ 67 ກວ່າສ່ວນຮ້ອຍ, ຖ້າທຽບໃສ່ 4 ເດືອນຕົ້ນປີ 2022 ເພີ່ມຂຶ້ນຫລາຍກວ່າ 300 ສ່ວນຮ້ອຍ.%

ແຫຼ່ງຂ່າວ Lao National Radio

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...