Homeຂ່າວອຸບັດຕິເຫດອຸປະຕິເຫດລົດຈັກຕຳທ້າຍລົດໃຫ່ຍ (ເສຍຊີວິດ1ຄົນ )

ອຸປະຕິເຫດລົດຈັກຕຳທ້າຍລົດໃຫ່ຍ (ເສຍຊີວິດ1ຄົນ )

Published on

ອີງຕາມການລາຍງານ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໃນວັນທີ 19 ມິຖຸນາ 2023 ເວລາ 02:43 ໂມງນີ້ວ່າ: ໄດ້ຮັບແຈ້ງເຫດມີອຸປະຕິເຫດລົດຈັກຕຳທ້າຍລົດໃຫ່ຍ ເສຍຊີວິດຄາທີ່ເຂດບ້ານເມືອງຊອງ ເມືອງວັງວຽງ ແຂວງວຽງຈັນ.

ເຈົ້າໜ້າທີ່ໜ່ວຍກູ້ໄພອອກກວດສອບເຫດພົບເຫັນຜູ້ເສຍຊີວິດ 1 ຄົນ, ເພດຍິງ ອາຍຸ 18 ປີ, ອາການເບື້ອງຕົ້ນຜູ້ເສຍຊີວິດແມ່ນຫົວໄດ້ຮັບກະທົບຮຸນແຮງ(ເສຍຊີວິດຄາທີ່), ດັ່ງນັ້ນທາງເຈົ້າໜ້າທີ່ໜ່ວຍກູ້ໄພ1623 ຈຶ່ງໄດ້ມ້ຽນສົບຜູ້ເສຍຊີວິດແລ້ວນຳສົ່ງກັບບ້ານຜູ້ເສຍຊີວິດ.

ຂໍສະແດງຄວາມເສຍໃຈກັບຄອບຄົວແລະຍາດຕິພີ່ນ້ອງດ້ວຍກັບການສູນເສຍຄົນໃນຄອບຄົວໃນເຫດການຄັ້ງນີ້.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...