spot_img
Homeຂ່າວຄາດຕະກຳນໍາຕົວ ທ້າວ ຄໍາສາຍ ຈໍາລອງເຫດການກໍ່ເຫດຄາດຕະກໍາ ເຈົ້າຂອງຮ້ານເຫຼັກເສດ

ນໍາຕົວ ທ້າວ ຄໍາສາຍ ຈໍາລອງເຫດການກໍ່ເຫດຄາດຕະກໍາ ເຈົ້າຂອງຮ້ານເຫຼັກເສດ

Published on

ໃນວັນທີ 14 ມິຖຸນາ 2023 ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ນຳຕົວ ທ້າວ ຄຳສາຍ ຜູ້ຖືກຫາຄາດຕະກຳເຈົ້າຂອງຮ້ານຮັບຊື້ເຫຼັກເສດ ມາຈຳລອງເຫດການຄືນເພື່ອປະກອບໃສ່ສໍານວນເອກະສານຄຳຮັບສາລະພາບ ເພື່ອສົ່ງໃຫ້ໄອຍະການສັ່ງຟ້ອງສານຕັດສິນຕາມກົດໝາຍ.

ໃນວັນທີ 9 ມິຖຸນາ 2023 ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ໄດ້ຮັບແຈ້ງຈາກປະຊາຊົນວ່າ ມີຄົນເສຍຊີວິດເປັນເພດຍິງ ຢູ່ຮ້ານຮັບຊື້ເຫຼັກເສດ ເຊິ່ງເປັນເຈົ້າຂອງຮ້ານ ຢູ່ບ້ານສາລະຄຳເໜືອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ເຈົ້າໜ້າທີ່ຈິ່ງໄດ້ສົບທົບກັບ ພາກສ່ວນທີ່ກ່ຽວຂ້ອງເຂົ້າຊັນນະສູດຫຼັກຖານ ພົບເຫັນ ຄົນເສຍຊີວິດ 1 ຄົນ ເປັນເພດຍິງ ມີຮ່ອງຮອຍຖືກທຳຮ້າຍ ຮ່າງກາຍຫຼາຍຈຸດ; ເຈົ້າໜ້າທີ່ຈິ່ງໄດ້ເກັບກຳຂໍ້ມູນຫຼັກຖານ ສືບຫາເປົ້າໝາຍ, ມາຮອດວັນທີ 12 ມິຖຸນາ ຈິ່ງຈັບຕົວເປົ້າໝາຍໄດ້ ແລະ ນຳຕົວມາສືບສວນ-ສອບສວນ.

ພັທ ບຸນມີ ກັນຕິຍາວົງ ຮອງຫົວໜ້າ ປກສ ເມືອງຫາດຊາຍຟອງ ໃຫ້ຮູ້ວ່າ: ຜູ້ຖືກຫາຊື່ ທ້າວ ຄຳສາຍ ໄດ້ສາລະພາບວ່າ ໃນມື້ເກີດເຫດ ເວລາປະມານ 7-8 ໂມງແລງ ຜູ້ກ່ຽວໄດ້ເອົາເຫຼັກໄປຂາຍໃຫ້ນາງ ຫງວຽນ ຖິ ແທັງ ສັນຊາດຫວຽດນາມ ທີ່ຕັ້ງຮ້ານຮັບຊື້ເຫຼັກເສດຢູ່ບ້ານສາລະຄຳເໜືອ ແຕ່ຜູ້ເສຍຊີວິດບໍ່ຮັບຊື້ເພາະມັນເດິກແລ້ວ ແລະ ຢ້ານຖືກຂອງໂຈນລັກມາ, ຈາກນັ້ນ ກໍມີການຜິດຖຽງກັນ ທ້າວ ຄຳສາຍ ຈິ່ງເກີດຄວາມໂມໂຫ ແລ້ວເອົາເຫຼັກເສດທຸບບໍລິເວນຫົວ ແລະ ໃບໜ້າ 6 ບາດ ເຮັດໃຫ້ຜູ້ເສຍຊີວິດໄດ້ຮັບບາດເຈັບສາຫັດ ແລ້ວຜູ້ກ່ຽວກໍຫຼົບໜີ, ສ່ວນ ນາງ ຫງວຽນ ຖິ ແທັງ ແມ່ນຖືກນໍາສົ່ງ ໂຮງໝໍ ແລະ ເສຍຊີວິດໃນເວລາຕໍ່ມາ.
ທີ່ມາ: ປກສ ນະຄອນຫຼວງ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...