spot_img
Homeຂ່າວພາຍ​ໃນຄົນສະໜິດຄິດບໍ່ຊື່! ລັກເງິນໄປໄດ້ເກືອບ 30 ລ້ານກີບ ແລະ ແຫວນເພັດ 1 ວົງ

ຄົນສະໜິດຄິດບໍ່ຊື່! ລັກເງິນໄປໄດ້ເກືອບ 30 ລ້ານກີບ ແລະ ແຫວນເພັດ 1 ວົງ

Published on

ໃນວັນທີ 13 ມິຖຸນາ 2023 ມີຜູ້ໃຊ້ເຟສບຸກທ່ານໜຶ່ງອອກມາໂພສເຕືອນໄພ ກ່ຽວກັບຄົນສະໜິດ ລັກເງິນຈຳນວນ 20-30 ລ້ານກີບ ທີ່ຢູ່ພາຍໃນລົດ ພ້ອມກັບແຫວນເພັດ ຈຳນວນ 1 ວົງ.

ໃນມື້ເກີດເຫດ ຜູ້ເສຍຫາຍ ແລະ ຜູ້ກໍ່ເຫດຊື່ ນາງ ໜູນິ້ມ ອຸດທະພອນ ກິນດື່ມນຳກັນ ເມື່ອຜູ້ເສຍຫາຍເມົາແລ້ວຜູ້ກໍ່ເຫດກໍຈັບເອົາກະແຈລົດມາ ເພື່ອມາໄຂລັກເຄື່ອງພາຍໃນລົດໄປ ໃນຕອນທຳອິດຜູ້ເສຍຫາຍໄດ້ຮູ້ວ່າ ມີເງິນຈຳນວນ 20-30 ລ້ານກີບ ທີ່ເສຍໄປ, ມາໃນວັນທີ 16 ມິຖຸນາ ຜູ້ເສຍຫາຍກໍໂພສຜ່ານເຟສບຸກຕື່ມອີກວ່າ: ກ່ອນມື້ເກີດເຫດລັກເງິນໃນລົດ ຜູ້ກ່ຽວກໍໄດ້ລັກແຫວນເພັດຈຳນວນ 1 ວົງ, ເມື່ອຖາມເຄັ້ນຫາຄວາມຈິງ ໃນທີ່ສຸດຜູ້ກ່ຽວໄດ້ສາລະພາບວ່າລັກເອົາແທ້.

ຈາກການສອບຖາມຄົນໃກ້ຄຽງທີ່ຮູ້ຈັກ ກໍໄດ້ຮູ້ຕື່ມອີກວ່າ ຜູ້ກ່ຽວເປັນຄົນຂີ້ລັກ ມັກຈະລັກເງິນ ຫຼື ຊັບສິນຕ່າງໆຂອງໝູ່ ແລະ ຜູ້ທີ່ໄປນຳຢູ່ເລື່ອຍໆ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...