spot_img
Homeຂ່າວຄາດຕະກຳສັງຄົມອອນລາຍສົງໄສ! ສາເຫດການຕາຍຂອງທ້າວ ສີລະສອນ ຜູ້ກໍ່ເຫດປຸ້ນຄຳຮ້ານຄຳພໍໃຈ

ສັງຄົມອອນລາຍສົງໄສ! ສາເຫດການຕາຍຂອງທ້າວ ສີລະສອນ ຜູ້ກໍ່ເຫດປຸ້ນຄຳຮ້ານຄຳພໍໃຈ

Published on

ສັງຄົມອອນລາຍສົງໄສ ສາເຫດການຕາຍຂອງທ້າວ ສີລະສອນ ຫຼື ອາກົງ ເປັນຜູ້ກໍ່ເຫດປຸ້ນຄຳຮ້ານຄຳພໍໃຈ ທີ່ໄດ້ຕັດສິນໃຈຈົບຊີວິດຂອງຕົນໃນວັນທີ 12 ມິຖຸນາ ທີ່ຜ່ານມາ.

ກ່ອນໜ້ານີ້ ໃນວັນທີ 8 ມິຖຸນາ 2023  ເກີດເຫດໂຈນບຸກປຸ້ນຮ້ານຄຳພໍໃຈ ທີ່ບ້ານທົ່ງສາງນາງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຮັດໃຫ້ຄຳເສຍຫາຍຫຼາຍເຖິງ 54 ບາດ ແລະ ທາງຮ້ານຄຳກໍໄດ້ອອກຄ່າຈັບຕົວໂຈນເຖິງ 100.000.000 ລ້ານກີບ ຫຼື 200.000 ບາດ ໃຫ້ແກ່ຄົນທີ່ຈັບໂຈນໄດ້.

ຕໍ່ມາຊ່ວງເຊົ້າຂອງວັນທີ 9 ມິຖຸນາ ທາງດ້ານເຈົ້າຂອງຮ້ານຄຳກໍອອກມາໂພສກ່ຽວກັບຂໍ້ມູນໂຈນທີ່ປຸ້ນຄຳໄດ້ໜີໄປຝັ່ງໄທ ແລະ ພາຍໃນມື້ດຽວກັນ ເຈົ້າໜ້າທີ່ຝັ່ງໄທກໍສາມາດຈັບຕົວຜູ້ກ່ຽວ ແລະ ນຳສົ່ງກັບຄືນປະເທດ.

ພໍຕົກມາວັນທີ 12 ມິຖຸນາ ກໍໄດ້ມີຂ່າວການເສຍຊີວິດຂອງ ທ້າວ ສີລະສອນ ຫຼື ອາກົງ ທີ່ຕັດສິນໃຈຈົບຊີວິດ ດ້ວຍການຜູກຄໍຕາຍ, ທັ້ງນີ້ ເຮັດໃຫ້ປະຊາຊົນ ຫຼື ສັງຄົມອອນລາຍ ບໍ່ວ່າຈະເປັນຝັ່ງໄທ ແລະ ລາວ ກໍຕ່າງສົງໄສເຖິງສາເຫດທີ່ຜູ້ກ່ຽວນັ້ນຂ້າຕົວຕາຍ ຍ້ອນຫຍັງ? ຄຸກ ຫຼື ບ່ອນກັກຂັງ ເປັນຫຍັງຄືມີເຊືອກຜູກຄໍ? ແລະ ຍັງມີຄຳຖາມອີກຫຼາຍທີ່ສັງຄົມອອນລາຍຕັ້ງຂໍ້ສົງໄສຕໍ່ເຫດການນີ້.

ຢ່າງໃດກໍຕາມ ປະຊາຊົນກໍຍັງລໍຖ້າຄຳຖະແຫຼງການຈາກເຈົ້າໜ້າທີ່ ເພື່ອຄວາມຊັດເຈນຕໍ່ກັບເຫດການນີ້.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...