spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ໄທຈັບແກ້ງຄ້າຢາເສບຕິດທີ່ໜີຂ້າມນ້ຳຂອງມາຈາກລາວ

ເຈົ້າໜ້າທີ່ໄທຈັບແກ້ງຄ້າຢາເສບຕິດທີ່ໜີຂ້າມນ້ຳຂອງມາຈາກລາວ

Published on

ເຈົ້າໜ້າທີ່ຝັ່ງລາວປະສານກັບຝັ່ງໄທເພື່ອຈັບກຸມແກ້ງຄ້າຢາເສບຕິດທີ່ຍິງກັນເຈັບ ກ່ອນທີ່ຈະນັ່ງເຮືອໜີຂ້າມນ້ຳຂອງເຂົ້າມາໂຮງໝໍຢູ່ຊຽງລາຍ ປະເທດໄທ ພ້ອມກຽມສົ່ງໂຕຜູ້ຖືກຫາໃຫ້ແກ່ເຈົ້າໜ້າທີ່ຝັ່ງລາວຢູ່ແຂວງບໍ່ແກ້ວ.

ເຈົ້າໜ້າທີ່ຊາຍແດນລາວ-ໄທ ທາງດ້ານ ແຂວງຊຽງລາຍ ປະເທດໄທ ໄດ້ລາຍງານວ່າ: ພາຍຫຼັງເກີດເຫດຕໍ່ສູ້ກັນຂອງກຸ່ມໃດໜຶ່ງໃນເຂດເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກົງກັນຂ້າມກັບ ເມືອງຊຽງແສນ ແຂວງຊຽງລາຍ ປະເທດໄທ ໃນຊ່ວງອາທິດກ່ອນນີ້ ໄດ້ມີຊາຍ 1 ຄົນ ເຊິ່ງຖືກຍິງຈົນໄດ້ຮັບບາດເຈັບສາຫັດ ແລ້ວນັ່ງເຮືອໜີຂ້າມນ້ຳຂອງມາຮັກສາຢູ່ໂຮງໝໍຊຽງແສນ ແລະ ຫຼ້າສຸດຖືກສົ່ງຕົວໄປຮັກສາຢູ່ໂຮງໝໍຊຽງລາຍ.

ທັ້ງນີ້ ຜູ້ບາດເຈັບຊື່ ທາ້ວ ໄຊ ແຊ່ຫວ່າງ ອາຍຸ 28 ປີ ທີ່ຢູ່ເມືອງຕົ້ນເຜິ້ງ ຖືກຍິງເຂົ້າລຳຄໍ ເຊິ່ງໝໍໄດ້ຮັກສາຕາມຫຼັກສິດທິມະນຸດ ຂະນະທີ່ທ້າວ ໄຊ ແຈ້ງກັບເຈົ້າໜ້າທີ່ເບື້ອງຕົ້ນວ່າ ຫຼັງຈາກທີ່ໄປດື່ມເຫຼົ້າມາແລ້ວ ຂະນະກັບບ້ານກໍຖືກຄົນລັດຍິງ ແລະ ຫຼັງຈາກເກີດເຫດ ໄດ້ມີໝູ່ 2 ຄົນ ພານັ່ງເຮືອຂ້າມມາຮັກສາຢູ່ຝັ່ງໄທຢ່າງຮີບດ່ວນ.

ຢ່າງໃດກໍຕາມ ຕໍ່ມາ ເຈົ້າໜ້າທີ່ແຂວງບໍ່ແກ້ວ ໄດ້ມີໜັງສືເຖິງສ່ວນງານປະຈຳເຂດຊາຍແດນລາວ-ໄທ ຢູ່ພາກເໜືອຂອງໄທ ເພື່ອຂໍໃຫ້ຕິດຕາມເປົ້າໝາຍຢາເສບຕິດ ຄື ທາ້ວ ໄຊ ແຊ່ຫວ່າງ, ໂດຍລະບຸວ່າ ທາ້ວ ໄຊ ໄດ້ຮັບບາດເຈັບແລ້ວຂ້າມມາຮັກສາຢູ່ຝັ່ງໄທ ດັ່ງນັ້ນ ຈຶ່ງຂໍໃຫ້ເຈົ້າໜ້າທີ່ໄທກັກຕົວທ້າວ ໄຊ ໄວ້ກ່ອນ ເພາະເປັນເປົ້າໝາຍທີ່ເຈົ້າໜ້າທີ່ ສປປ ລາວ ຕ້ອງການຕົວ.

ແລະຂໍໃຫ້ເຈົ້າໜ້າທີ່ຝັ່ງໄທ ສົ່ງທ້າວ ໄຊ ກັບ ສປປ ລາວ ເພື່ອສືບສວນ-ສອບສວນ ແລະ ດຳເນີນຄະດີຕາມລະບຽບກົດໝາຍ.

ແຫຼ່ງຂ່າວ mgronlin

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...