spot_img
Homeຂ່າວຕ່າງປະເທດລີໂອເນວ ເມສຊີ່ ນັັກເຕະຊື່ດັງ ຖືກກັກ​ຕົວ​ຢູ່​ສະໜາມ​ບິນ​ປັກ​ກິ່ງ

ລີໂອເນວ ເມສຊີ່ ນັັກເຕະຊື່ດັງ ຖືກກັກ​ຕົວ​ຢູ່​ສະໜາມ​ບິນ​ປັກ​ກິ່ງ

Published on

ວັນທີ 14 ມິຖຸນາ 2023 ຈາກກໍລະນີ “ລີໂອເນລ ເມສຊີ” ນັກເຕະຊື່ດັງດີກຣີແຊ້ມໂລກ ທີ່​ໄດ້​ເດີນທາງ​ໄປ​ຈີນ ເພື່ອເຂົ້າຮ່ວມໂປແກຣມອຸ່ນເຄື່ອງ FIFA Day ລະຫວ່າງທີມຊາດອາເຈນຕິນາ ພົບກັບ ທີມຊາດອົດສະຕຣາລີ ໃນວັນທີ 15 ມິຖຸນານີ້, ແຕ່ມີບັນຫາເລື່ອງວີຊ່າ ຈຶ້ງຖືກກັກຕົວ ທີ່ອ້ອມ​ຮອບ​ໄປ​ດ້ວຍ​ເຈົ້າ​ຫນ້າ​ທີ່​ຕໍາ​ຫຼວດ​.

ຫຼ້າສຸດມີລາຍງານວ່າ “ເມສຊີ” ຖືໜັງສືຜ່ານແດນອາເຈນຕິນາ ແລະ ເເອສປາຍໂຍນ ເມສຊີໄດ້ເດີນທາງໄປປະເທດຈີນດ້ວຍຫນັງສືຜ່ານແດນແອສປາໂຍນ ຊຶ່ງ​ຖ້າ​ໄປ​ຈີນ​ຕ້ອງ​ມີ​ວີ​ຊ່າ ແຕ່​ຖ້າ​ເຂົ້າ​ໄຕ້​ຫວັນ​ບໍ່​ຕ້ອງ​ມີ​ວີ​ຊ່າ ເຊິ່ງ ເມສຊີ ບໍ່ໄດ້ຍື່ນຂໍວີຊ່າເຂົ້າປະເທດຈີນ ເນື່ອງຈາກເຂົ້າໃຈ​ຜິດ​ວ່າ​ໄຕ້​ຫວັນ​ເປັນ​ສ່ວນ​ໜຶ່ງ​ຂອງ​ຈີນ. ຍ້ອນວ່າໄຕ້ຫວັນມີຊື່ທາງການວ່າສາທາລະນະລັດຈີນ ຫຼື The Republic of China (ROC), ໃນຂະນະທີ່ຈີນມີຊື່ຢ່າງເປັນທາງການວ່າສາທາລະນະລັດປະຊາຊົນຈີນ ຫຼື The People’s Republic of China (PRC), ເຮັດໃຫ້ ເມສຊີ ຕ້ອງລໍຖ້າຢູ່ສະໜາມບິນເພື່ອ 2 ຊົ່ວໂມງເພື່ອເຮັດວີຊ່າແບບດ່ວນ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...