Homeຂ່າວພາຍ​ໃນປະຊາຊົນຢູ່ເຂດເມືອງອາດສະພອນຈະໄດ້ໃຊ້ໄຟຟ້າທ້າຍປີນີ້

ປະຊາຊົນຢູ່ເຂດເມືອງອາດສະພອນຈະໄດ້ໃຊ້ໄຟຟ້າທ້າຍປີນີ້

Published on

ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ປະຊາຊົນຢູ່ເຂດຈຸດສຸມ ແກ້ງມຸມ ເມືອງອາດສະພອນ ແຂວງສະຫວັນນະເຂດ ໃນການຕິດຕັ້ງລະບົບໄຟຟ້າ ເພື່ອນຳໃຊ້ໃນຄົວເຮືອນ ແລະ ທຳການຜະລິດ, ຄ້າຂາຍ. ດັ່ງນັ້ນ ມາໃນວັນທີ 8 ມິຖຸນາ 2023 ທ່ານ ຄຳຜຸຍ ສີບຸນເຮືອງ ຫົວໜ້າພະແນກແຜນການ-ການລົງທຶນແຂວງ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງໄດ້ລົງຕິດຕາມ ເບິ່ງຄວາມຄືບໜ້າຂອງບໍລິສັດ ທີ່ຮັບຕິດຕັ້ງລະບົບໄຟຟ້າຢູ່ເຂດຈຸດສຸມດັ່ງກ່າວ, ເຊິ່ງປະຊາຊົນ ຢູ່ເຂດນີ້ໄດ້ມີການຄອງຄອຍມາຕັ້ງຫຼາຍປີແລ້ວ.

ເຂດຈຸດສຸມແກ້ງມຸມເມືອງ ອາດສະພອນ ຕັ້ງຢູ່ຫ່າງຈາກເທສະບານແຂວງປະມານ 100 ກວ່າ ກິໂລແມັດ, ເສັ້ນທາງເລກທີ 10 (ເສັ້ນທາງແຕ່ເຊໂນ ເມືອງອຸທຸມພອນ-ນາຍົມ ເມືອງວິລະບູລີ) ເຊິ່ງທາງເສັ້ນດັ່ງກ່າວ ພວມໄດ້ຮັບການຍົກລະດັບດ້ວຍການປູຢາງສອງຊັ້ນ (ສຳເລັດແລ້ວ 27 ກິໂລແມັດ), ຈຸດສຸມແຫ່ງນີ້ບໍ່ແມ່ນຈຸດສຸມສອກຫຼີກ, ແຕ່ເປັນຈຸດສຸມ ຫ່າງໄກ, ລະບົບຕາຄ່າຍໄຟຟ້າຍັງໄປບໍ່ຮອດ, ດັ່ງນັ້ນ ທ່ານເຈົ້າແຂວງສະຫວັນນະເຂດ ຈຶ່ງໄດ້ຈັດສັນງົບປະມານຈຳນວນໜຶ່ງ ເພື່ອໃຫ້ປະຊາຊົນໄດ້ນຳໃຊ້ໄຟຟ້າໃຊ້ເຂົ້າໃນຊີວິດປະຈຳວັນ.

ປະທານບໍລິສັດທະນາວັດ ການໄຟຟ້າ ເຊິ່ງເປັນຜູ້ລົງທຶນຕິດຕັ້ງໄຟຟ້າ ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດປະຈຸບັນ, ການກະກຽມອຸປະກອບສຳລັບການຕິດຕັ້ງສຳເລັດແລ້ວ 70%, ເຊິ່ງການຕິດຕັ້ງ ແມ່ນເລີ່ມແຕ່ບ້ານດົງນາສານ ໄປຫາຈຸດສຸມແກ້ງມຸມ ແລະ ໄປສິ້ນສຸດຢູ່ບ້ານສົບເຊ, ມີລວງຍາວ ທັງໝົດ 40 ກິໂລແມັດ, ໃນນັ້ນ ໄດ້ສ້າງຕາຂ່າຍໄຟຟ້າແຮງກາງ ຍາວ 40.000 ແມັດ, ໝໍແປງ 14 ໜ່ວຍ ພ້ອມດ້ວຍການຕິດຕັ້ງຕາຂ່າຍ ແຮງຕ່ຳໃນແຕ່ລະບ້ານ ຈຳນວນ 14 ບ້ານ, ຄາດວ່າໃນທ້າຍປີ 2023 ປະຊາຊົນຈະຕ້ອງໄດ້ໃຊ້ ໄຟຟ້າແນ່ນອນ, ເນື່ອງຈາກວ່າໄລຍະນີ້ທາງບໍລິສັດແມ່ນພົບຄວາມ ຫຍຸ້ງຍາກໃນດ້ານເສັ້ນທາງໃນ ການຂົນສົ່ງອຸປະກອນ, ເພາະເປັນ ຊ່ວງລະດູຝົນເຮັດໃຫ້ການຂົນສົ່ງ ບໍ່ຮັບປະກັນຍ້ອນເສັ້ນທາງດັ່ງ ກ່າວເປັນຂົວໄມ້ທີ່ບໍ່ຮັບປະກັນ.

ແຫຼ່ງຂ່າວ ສະຫວັນພັດທະນາ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...