Homeຂ່າວຕ່າງປະເທດແມ່ຕູ້ອາຍຸ 76 ປີໃນປະເທດເອກວາດໍ ຟື້ນຂຶ້ນຈາກໂລງສົບ

ແມ່ຕູ້ອາຍຸ 76 ປີໃນປະເທດເອກວາດໍ ຟື້ນຂຶ້ນຈາກໂລງສົບ

Published on

ອີງຕາມສຳນັກຂ່າວ BBC ລາຍງານເມື່ອວັນທີ 12 ມິຖຸນາ 2023 ຜ່ານມາ, ເກີດເລື່ອງທີ່ໜ້າເຫຼືອເຊື່ອຂຶ້ນໃນປະເທດເອກວາດໍ ເມື່ອແມ່ຕູ້ທີ່ມີຊື່ວ່າ ນາງເບວລາ ມອນໂທຍາ ທາເປຍ ອາຍຸ 76 ປີ ປ່ວຍໄດ້ເຂົ້າໂຮງໝໍ, ແພດບໍ່ສາມາດປິ່ນປົວແມ່ຕູ້ຄົນນີ້ໄດ້ຈຶ່ງເສຍຊີວິດ ຕໍ່ມາຍາດພີ່ນ້ອງກໍໄດ້ນຳສົບຂອງແມ່ຕູ້ໄປເຮັດພິທີທາງສາສະໜາ ແຕ່ປາກົດວ່າ: ແມ່ຕູ້ໄດ້ກັບມາຫາຍໃຈແຮງ ແລ້ວຟື້ນຂຶ້ນຈາກຄວາມຕາຍ ຈຶ່ງເຮັດໃຫ້ຍາດພີ່ນ້ອງຕ່າງພາກັນຕົກໃຈ ແລະ ລູກຊາຍຕ້ອງໂທໄປຖາມດ້ານໂຮງໝໍວ່າມັນເກີດຫຍັງຂຶ້ນ.

ທາງດ້ານ ທ້າວກຶວເບີໂຕ ບາເບົາ ລູກຂອງແມ່ຕູ້ ທາເປຍ ເປີດເຜີຍວ່າ: ສົບຂອງແມ່ຕົນຖືກຫໍ່ດ້ວຍຜ້າ ກ່ອນນຳລົງໂລງສົບເພື່ອປະກອບພິທີທາງສາສະໜາ ແລະ ກຽມນຳໄປຝັງ ແຕ່ທັນໃດນັ້ນກໍພົບວ່າໂລງສັ່ນ ແລະ ເມື່ອເຂົ້າໄປເບິ່ງໃກ້ໆຈຶ່ງເຫັນແມ່ຕູ້ ທາເປຍ ຫາຍໃຈແຮງໃນສະພາບທີ່ຫອບເມື່ອຍ ທາງຍາດພີ່ນ້ອງຈຶ່ງໄດ້ໂທຫາທາງໂຮງໝໍມາຮັບແມ່ຕູ້ໄປຮັັກສາຢ່າງຮີບດ່ວນ.

ທາງດ້ານ ກະຊວງສາທາລະນະສຸກເອກວາດໍ ໄດ້​ອອກ​ຖະ​ແຫຼງ​ການ​ໂດຍ​ລະບຸວ່າ: ແມ່ຕູ້ Tapia ໄດ້ເຂົ້າຮັບການຮັກສາຢູ່ໂຮງໝໍ Babahoyo. ຕັ້ງແຕ່ວັນສຸກ, ເດືອນມິຖຸນາ 9, ທີ່ຜ່ານມາ ແລະ ຕ້ອງເຂົ້າໄປໃນຫ້ອງດູແລຜູປ່ວຍວິກິດດ້ວຍອາການຂອງພະຍາດເສັ້ນເລືອດສະຫມອງ. (Cerebrovascular Accident-CVA) ແລະຕໍ່ມາໄດ້ເກີດຫົວໃຈຢຸດເຕັ້ນກະທັນຫັນ. (Cardiorespiratory Arrest) ໂດຍທ່ານຫມໍໄດ້ອອກໃບຢັ້ງຢືນການເສຍຊີວິດໃຫ້ກັບແມ່ຕູ້ຄົນນີ້ແລ້ວ.

ຢ່າງໃດກໍຕາມ, ທາງດ້ານ ກະຊວງ​ສາທາລະນະ​ສຸກ​ໄດ້​ສັ່ງ​ໃຫ້​ສ້າງ​ຕັ້ງ​ຄະນະ​ກຳມະການ​ກວດກາ​ວຽກ​ງານ​ແພດ​ໝໍ. ແລະໄດ້ອອກໃບຢັ້ງຢືນການເສຍຊີວິດໃຫ້ ແມ່ຕູ້ທາເປຍ ພ້ອມທັງສັ່ງໃຫ້ກວດກາຄືນຂະບວນການເຮັດວຽກຂອງໂຮງໝໍແຫ່ງນີ້.

ວີດີໂອ: ແມ່ຕູ້ຟື້ນຂຶ້ນຈາກໂລງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...