Homeຂ່າວຕ່າງປະເທດທາງດ່ວນທີສອງຂອງກຳປູເຈຍ

ທາງດ່ວນທີສອງຂອງກຳປູເຈຍ

Published on

ກຳປູເຈຍກຳລັງກໍ່ສ້າງທາງດ່ວນເສັ້ນທີ 2 ເຊື່ອມໄປຮອດຫວຽດນາມ.

ໃນວັນທີ 7 ມິຖຸນາ ທີ່ຜ່ານມາ, ກຳປູເຈຍຈັດພິທີວາງສີລາຈາລຶກເພື່ອເປີດໂຄງການກໍ່ສ້າງທາງດ່ວນເສັ້ນທີ 2 ເຊິ່ງຈະເຊື່ອມແຕ່ນະຄອນຫຼວງພະນົມເປັນໄປເຖິງສາຍແດນພາກຕາເວັນອອກຂອງຫວຽດນາມ ໂດຍການເປັນປະທານຂອງ ສົມເດັດ ຮຸນເຊັນ ນາຍົກລັດຖະມົນຕີກຳປູເຈຍ.

ເສັ້ນທາງດັ່ງກ່າວແມ່ນໂຄງການ China Bridge and Road Corp ພາຍໃຕ້ສັນຍາກໍ່ສ້າງ-ດຳເນີນການ ແລະ ສຳປະທານ 50 ປີ, ເປັນເສັ້ນທາງໄປຫາເມືອງບາເວດ (Bavet city) ໃນແຂວງສວາຍຮຽງ (Svay Rieng province) ລວມຄວາມຍາວ 135ກິໂລແມັດ ຄາດວ່າຈະໃຊ້ເວລາ 4 ປີ ດ້ວຍງົບ 1.35ພັນລ້ານໂດລາສະຫະລັດ.

ທາງດ່ວນທີ່ກຳລັງຈະກໍ່ສ້າງນີ້ແມ່ນເສັ້ນທາງສາຍທີ 2, ເຊິ່ງທາງດ່ວນທຳອິດແມ່ນຕັ້ງແຕ່ນະຄອນພະນົມເປັນ ຫາ ສິຫານຸ (Phmom Penh-Sihanou) ທີ່ຫາກໍເປີດນຳໃຊ້ໄປໃນປີທີ່ຜ່ານມາ ແລະ ເຊື່ອມຕໍ່ເມືອງຫຼວງກັບທ່າເຮືອຫຼັກຂອງໄທ.

ແຫຼ່ງຂ່າວ: The Mainichi

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...