spot_img
Homeຂ່າວພາຍ​ໃນແຂວງບໍ່ແກ້ວ ນຳເຂົ້າຈາກຕ່າງປະເທດ ກວມເກືອບ 70%

ແຂວງບໍ່ແກ້ວ ນຳເຂົ້າຈາກຕ່າງປະເທດ ກວມເກືອບ 70%

Published on

ປັດຈຸບັນ ພືດຜັກທີ່ນໍາເຂົ້າມາຂາຍ ພາຍໃນຕະຫລາດເທສະບານ ແຂວງບໍ່ແກ້ວ ກວມເກືອບ 70% ແມ່ນນຳເຂົ້າຈາກຕ່າງປະເທດ, ສ່ວນພືດຜັກພາຍໃນແມ່ນມີພຽງບາງລາຍການເທົ່ານັ້ນ. ສະນັ້ນ, ລາຄາຊື້-ຂາຍ ພືດຜັກ ຈຶ່ງເໜັງຕີງໄປຕາມປະເທດຕົ້ນທາງ ທີ່ນຳເຂົ້າ ແລະ ຜົນກະທົບຈາກອັດຕາແລກປ່ຽນເງິນຕາຕ່າງປະເທດ ທີ່ມີການເໜັງຕີງເພີ່ມຂຶ້ນ. ພ້ອມນີ້ການສະໜອງພາຍໃນ ພື້ນຖານການຜະລິດ ຍັງມີຈຳນວນໜ້ອຍ, ຜົນຜະລິດແມ່ນຕາມລະດູການ ບາງໄລຍະມີຜົນຜະລິດຫຼາຍ ຫຼື ໜ້ອຍ ແລະ ບາງປະເພດພືດຜັກແມ່ນບໍ່ມີເລີຍ ໂດຍສະເພາະໃນລະດູຝົນ ເຮັດໃຫ້ການສະໜອງພືດຜັກພາຍໃນ ເລີ່ມໜ້ອຍລົງ ແຕ່ກົງກັນຂ້າມຄວາມຕ້ອງການບໍລິໂພກ ພັດນັບມື້ເພີ່ມຂຶ້ນ ບໍ່ສາມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງຜູ້ຊົມໃຊ້ໄດ້ພຽງພໍ.

ທ່ານ ວັນໄຊ ແກ້ວກາງເພັງ ຫົວໜ້າ ຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍ່ແກ້ວ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ ລາຄາສິນຄ້າມີການເໜັງຕີງເພີ່ມຂຶ້ນ ເກືອບທຸກລາຍການໃນຂອບເຂດທົ່ວປະເທດ, ໂດຍສະເພາະແມ່ນ ລາຄາສິນຄ້າພາຍໃນແຂວງບໍ່ແກ້ວ ໝວດສະບຽນອາຫານ ປະເພດລາຍການສິນຄ້າ ທີ່ນອນຢູ່ໃນບັນຊີຄວບຄຸມ ແລະ ບໍ່ນອນຢູ່ໃນລາຍການຄວບຄຸມ ເປັນຕົ້ນ ສິນຄ້າທີ່ມີຄວາມຈຳເປັນ ຕໍ່ການດໍາລົງຊີວິດປະຈໍາວັນ ໂດຍທຽບໃສ່ ເດືອນພຶດສະພາ ປີຜ່ານມາ ເຫັນວ່າເຂົ້າກິນ ລາຄາສະເລ່ຍລວມເໜັງຕີງເພີ່ມຂຶ້ນ 15,59%, ຊີ້ນສັດເພີ່ມຂຶ້ນ 15,42%, ສ່ວນປະເພດ ນໍ້າປາ, ນໍ້າສະອິ້ວ, ແປງນົວ ແລະ ນໍ້າມັນພືດ ເພີ່ມຂຶ້ນ 25,43% ແລະ ປະເພດພືດຜັກ ເພີ່ມຂຶ້ນ 13,41%. ຕໍ່ກັບການເພີ່ມຂຶ້ນຂອງລາຄາດັ່ງກ່າວ, ກໍເຫັນວ່າມີຫຼາຍສາເຫດ ໂດຍສະເພາະແມ່ນສິນຄ້າອຸປະໂພກ-ບໍລິໂພກທີ່ຈຳເປັນ ຕໍ່ການດຳລົງຊີວິດປະຈຳວັນ ສ່ວນໃຫຍ່ແມ່ນການນຳເຂົ້າຈາກຕ່າງປະເທດ, ສາເຫດຫຼັກທີ່ເຮັດໃຫ້ລາຄາສິນຄ້າເໜັງຕີງເພີ່ມຂຶ້ນ ແມ່ນມາຈາກການເໜັງຕີງ ຂອງອັດຕາແລກປ່ຽນເງິນຕາຕ່າງປະເທດ.

ຕໍ່ກັບບັນຫາດັ່ງກ່າວ ໃນໄລຍະຜ່ານມາ ຂະແໜງການຄ້າພາຍໃນ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍ່ແກ້ວ ກໍໄດ້ເອົາໃຈໃສ່ເຄື່ອນໄຫວ ໃນວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນແຂວງ, ຂັ້ນເມືອງ ລວມທັງສິນຄ້າອຸປະໂພກ-ບໍລິໂພກ ເປັນຕົ້ນ ສິນຄ້າທີ່ນອນຢູ່ໃນບັນຊີຄວບຄຸມ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ມີຈຳນວນ 8 ໝວດແລະ 23 ລາຍການ.

ພ້ອມນີ້ ໄດ້ແຕ່ງຕັ້ງໜ່ວຍງານເຮັດໜ້າທີ່ບົດບາດ ຄຸ້ມຄອງຕະຫລາດ, ສິນຄ້າ, ລາຄາ ໃນການປະສານສົມທົບ ກັບຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ ແລະ ຄະນະຈັດສັນຕະຫລາດ ເພື່ອຕິດຕາມການເໜັງຕີງ ຂອງສະພາບລາຄາ ຕາມກົນໄກຕະຫລາດ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາ ໂດຍບໍ່ສົມເຫດສົມຜົນ ຫລື ເອົາປຽບຜູ້ຊົມໃຊ້. ພ້ອມກັນນີ້, ກໍໄດ້ເອົາໃຈໃສ່ຕິດຕາມການສະໜອງ, ການຈໍາໜ່າຍ ແລະ ລາຄາຂາຍຍົກ-ຂາຍຍ່ອຍ ທີ່ຂຶ້ນ-ລົງແບບຜິດປົກກະຕິ ໂດຍສະເພາະ ສິນຄ້າທີ່ນອນຢູ່ໃນບັນຊີຄວບຄຸມ ແລ້ວອອກມາດຕະການແກ້ໄຂໃນແຕ່ລະໄລຍະ ເພື່ອຄວບຄຸມສະພາບການເພີ່ມຂຶ້ນແບບກ້າວກະໂດດ ຂອງລາຄາສິນຄ້າທີ່ກະທົບໄວ ເຊັ່ນ: ຊີ້ນສັດ ແລະ ເຂົ້າກິນ.
Cr. ຂປລ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...