spot_img
Homeຂ່າວພາຍ​ໃນຫຼວງພະບາງສົ່ງອອກແຮ່ເຫຼັກ 3 ແສນກວ່າໂຕນ

ຫຼວງພະບາງສົ່ງອອກແຮ່ເຫຼັກ 3 ແສນກວ່າໂຕນ

Published on

ທ່ານ ຄໍາຂັນ ຈັນທະວີສຸກ, ເຈົ້າແຂວງຫຼວງພະບາງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນເສດຖະກິດ ແລະສັງຄົມທີ່ຕິດພັນກັບວຽກງານຂະແຫນງ ພະລັງງານ ແລະບໍ່ແຮ່ໃຫ້ທ່ານລັດຖະມົນຕີ ກະຊວງພະລັງານ ແລະບໍ່ແຮ່ ໄດ້ຮັບຊາບໃນໂອກາດເດີນທາງມາເຮັດວຽກຢູ່ແຂວງຫຼວງພະບາງ ດັ່ງນີ້: ກະກຽມເຮັດວຽກລ່ວງຫນ້າຂອງໂຄງການກໍ່ສ້າງເຂື່ອນນໍ້າຂອງຫຼວງພະບາງພ້ອມທັງກໍ່ສ້າງບ້ານຈັດສັນໃຫມ່ (ບ້ານຫ້ວຍຂໍ້) ແລະຍົກຍາຍປະຊາຊົນສໍາເລັດແລ້ວ 100%. ປັດຈຸບັນ, ແມ່ນພວມດໍາເນີນກໍ່ສ້າງຮາກຖານເຂື່ອນຄື: ເຮືອນຈັກໄຟຟ້າສໍາເລັດ 82,10%, ປະຕູລະບາຍນ້ຳລົ້ນ 18,84%, ຊ່ອງທາງເດີນເຮືອ 17,01%, ຄັນຄູກັ້ນນໍາ 36,14 %, ງານຂຸດດິນເບື້ອງຂວາ 69,35% ແລະທາງປາຜ່ານ 24,70%.

ສ່ວນວຽກທໍລະນີສາດ ແລະ ແຮ່ທາດ: ປັດຈຸບັນ, ມີບັນດາໂຄງການທີ່ໄດ້ຮັບອະນຸຍາດ ຈໍານວນ 13 ບໍລິສັດ, ມີ 16 ກິດຈະການ, ມີເນື້ອທີ່ສໍາປະທານທັງຫມົດ 1.347,77 ກມ2 ຄື: ຊອກຄົ້ນແຮ່ທາດ 03 ກິດຈະການ; ສໍາຫຼວດແຮ່ທາດ 07 ກິດຈະການ; ຂຽນບົດວິພາກເສດຖະກິດ-ເຕັກນິກ 03 ກິດຈະການ; ຂຸດຄົ້ນ-ປຸງແຕ່ງ ແຮ່ທາດ 03 ກິດຈະການ.

– ຂຸດຄົ້ນແຮ່ຄໍາໄດ້ 101.609 ໂຕນ, ທຽບໃສ່ແຜນການປະຕິບັດໄດ້ 99,39%; ປຸງແຕ່ງແຮ່ຄໍາໄດ້ 106.331,06 ໂຕນ, ທຽບໃສ່ແຜນການເຫັນວ່າປະຕິບັດໄດ້ລື່ນ ແຜນການ 4% ເນື່ອງຈາກວ່າໄດ້ເອົາແຮ່ທີ່ຄ້າງສະຫນາມມາປຸງແຕ່ງເພີ່ມ; ໃນນີ້ມີແຮ່ຄໍາສະເລ່ຍ 3 ກຼາມ/ໂຕນ ແລະ ຫຼອມໂລຫະຄໍາໄດ້ 28 ແທ່ງ, ນໍ້າຫນັກ273.500 ກຼາມ;

– ຜະລິດແຮ່ອະໂລຫະໄດ້ຈໍານວນ 366.061 ແມັດກ້ອນ, ປະຕິບັດໄດ້ 78,55% ຂອງແຜນການ, ແລະ ຈໍາຫນ່າຍໄດ້ 207.645 ແມັດກ້ອນ, ປະຕິບັດໄດ້ 30,41% ຂອງແຜນການ, ສາເຫດທີ່ການຜະລິດ ແລະ ການຈໍາຫນ່າຍ ບໍ່ໄດ້ຕາມແຜນການ ເນື່ອງຈາກວ່າມີບາງບໍລິສັດໄດ້ສະເຫນີຂໍຢຸດກິດຈະການຊົ່ວຄາວ ແລະ ບໍ່ໄດ້ດໍາ ເນີນການຂຸດຄົ້ນ.

ສົ່ງທີ່ພົ້ນເດັ່ນ ແມ່ນໄດ້ເອົາໃຈໃສ່ໃນການຕິດຕາມກວດກາ ແລະ ຊຸກຍູ້ບັນດາໂຄງການຂຸດຄົ້ນແຮ່ທາດ (ແບບທົດລອງ) ຕາມນະໂຍບາຍໃຫມ່ຂອງລັດຖະບານ, ເຊິ່ງ ມີທັງຫມົດ 11 ບໍລິສັດ, ມີເນື້ອທີ 428,35 ເຮັກຕາ. ໃນນີ້ຂຸດຄົ້ນແຮ່ເຫຼັກ ມີ 01 ບໍລິສັດ ໄດ້ຈໍານວນ 2.000 ກວ່າໂຕນ (ບໍ່ທັນໄດ້ສົ່ງອອກເທື່ອ); ຂຸດຄົ້ນຫີນມາໂບ້ 01 ບໍລິສັດ (ຍັງບໍ່ທັນໄດ້ຂຸດຄົ້ນເທື່ອ) ແລະ ຂຸດຄົ້ນຄໍາຕົກຂ້ອນ 09 ບໍລິສັດ ໄດ້ຈໍານວນ 5.884,80 ກຼາມ.

ນອກຈາກນີ້, ໄດ້ເອົາໃຈໃສ່ໃນການຕິດຕາມກວດກາ ການສົ່ງອອກແຮ່ເຫຼັກ ເພື່ອໄປຈໍາຫນ່າຍຢູ່ຕ່າງປະເທດ (ສປ ຈີນ) ຂອງບັນດາບໍລິສັດຕ່າງໆ, ໂດຍຜ່ານສະຖານີ ລົດໄຟຫຼວງພະບາງ ໄດ້ຈໍານວນທັງຫມົດ 344.793,90 ໂຕນ, ໃນນີ້ມີແຮ່ເຫຼັກ 341.787,09 ໂຕນ ແລະ ແຮ່ຫາຍາກ 3.006,81 ໂຕນ.
ທີ່ມາ: ຂ່າວສານຫຼວງພະບາງ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...