spot_img
Homeຂ່າວຕ່າງປະເທດເດັກນ້ອຍຊາຍ ອາຍຸ 14 ປີ ພະຍາຍາມຂົ່ມຂືນນ້ອງສາວແທ້ຂອງໂຕເອງທີ່ອາຍຸພຽງ 8 ປີ

ເດັກນ້ອຍຊາຍ ອາຍຸ 14 ປີ ພະຍາຍາມຂົ່ມຂືນນ້ອງສາວແທ້ຂອງໂຕເອງທີ່ອາຍຸພຽງ 8 ປີ

Published on

ເດັກນ້ອຍຊາຍ ຍອມຮັບວ່າພະຍາຍາມຂົ່ມຂືນນ້ອງແທ້ໆຂອງຕົນເອງ ທີ່ມີອາຍຸ 8 ປີ ແລ້ວຍັງເຄີຍຖ່າຍຮູບນ້ອງທີ່ບໍ່ໃສ່ເຄື່ອງນຸ່ງ ແລະ ເລົ່າເລື່ອງນີ້ໃຫ້ໝູ່ຢູ່ໂຮງຮຽນຟັງ.

ອີງຕາມສື່ຂ່າວຂອງສິງກະໂປ ໄດ້ເປີດເຜີຍຄະດີເລື່ອງ ເດັກນ້ອຍຊາຍ ອາຍຸ 17 ປີ ສັນຊາດສິງກະໂປ ຖືກຕັດສິນໃນຂໍ້ຫາ ພະຍາຍາມຂົ່ມຂືນ ແລະ ພະຍາຍາມລ່ວງລະເມີດທາງເພດຕໍ່ນ້ອງສາວແທ້ໆຂອງຕົນເອງ ຂະນະທີ່ຍັງມີອີກ 1 ຂໍ້ຫາຄື ພະຍາຍາມລ່ວງລະເມີດດ້ວຍການຖ່າຍພາບໂປ້ເປືອຍ ກຳລັງຢູ່ໃນລະຫວ່າງການພິຈາລະນາຄະດີ ໂດຍສື່ຕ່າງປະເທດບໍ່ໄດ້ເປີດເຜີຍຊື່ຂອງຜູ້ຖືກຫາ ຍ້ອນຜູ້ກ່ຽວຍັງເປັນເຍົາວະຊົນ ອາຍຸບໍ່ເກີນ 18 ປີ.

ເຫດການຄັ້ງນີ້ເກີດຂຶ້ນໃນປີ 2020 ຂະນະທີ່ ເດັກນ້ອຍຊາຍ ອາຍຸຫາກໍ 14 ປີ ແລະ ນ້ອງສາວຍັງມີອາຍຸແຕ່ 8 ປີ ໂດຍເດັກນ້ອຍຊາຍອາໄສຢູ່ໃນຫ້ອງແຖວກັບພໍ່ແມ່ ພໍ່ຕູ້ ແມ່ຕູ້ ອ້າຍ ແລະ ນ້ອງສາວ ແຕ່ລາວໄດ້ຫາໂອກາດຕອນທີ່ບໍ່ມີໃຜຢູ່ ເຂົ້າໄປຫ້ອງນອນນ້ອງສາວຕອນທີ່ນ້ອງລັບ ແລະ ສັ່ງໃຫ້ແກ້ເຄື່ອງອອກ ກ່ອນທີ່ຈະພະຍາຍາມຂົ່ມຂືນ ແຕ່ກໍບໍ່ສຳເລັດ ແລ້ວກໍບອກໃຫ້ນ້ອງສາວລືມເລື່ອງທີ່ເກີດຂຶ້ນ ໂດຍລາວຍັງໄດ້ຖ່າຍຮູບໂປ້ເປືອຍຂອງນ້ອງສາວເອົາໄວ້.

ຫຼັງຈາກທີ່ເກີດເຫດ ເມື່ອແມ່ໄດ້ກັບມາເຮືອນກໍໄດ້ຖາມເລື່ອງວ່າເກີດຫຍັງຂຶ້ນ ເຊິ່ງເດັກນ້ອຍຊາຍກໍຕົວະວ່າ ນ້ອງສາວເຈັບບໍລິເວນອະໄວຍະວະເພດ ຕົນເລີຍຊ່ວຍເບິ່ງ ເຊິ່ງເຮັດໃຫ້ແມ່ກໍເຊື່ອລູກ ແລະ ເຕືອນວ່າຢ່າເຮັດແບບນີ້ອີກ.

ແຕ່ອີກຫຼາຍເດືອນຕໍ່ມາ ເດັກນ້ອຍຊາຍໄດ້ແຊັດຂໍ້ຄວາມ ແລະ ເລົ່າເລື່ອງທີ່ເຄີຍຖ່າຍຮູບໂປ້ເປືອຍຂອງນ້ອງສາວ ໄປແຊຕໍ່ໃຫ້ໝູ່ໃນໂຮງຮຽນຟັງ ຈົນໝູ່ທີ່ເຫັນພຶດຕິກຳດັ່ງກ່າວ ເລີຍເອົາໄປຟ້ອງນາຍຄູ ແລະ ຖືກຕີຢ່າງໜ້ອຍ 12 ເທື່ອ ສ່ວນການກະທຳຜິດໃນຂໍ້ຫາພະຍາຍາມລ່ວງລະເມີດທາງເພດ ກໍຈະມີການລົງໂທດ ໂດຍສານຈະມີການພິຈາລະນາຄະດີໃນເດືອນມິຖຸນານີ້.

ແຫຼ່ງຂ່າວ scmp

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...