Homeຂ່າວພາຍ​ໃນຮ່ວມມືທຸລະກິດນໍາເຂົ້ານໍ້າມັນເຊື້ອໄຟມາຈໍາໜ່າຍ ຕາມຮູບແບບຂາຍຍົກ ແລະ ຂາຍຍ່ອຍ ໃນ ສປປ ລາວ

ຮ່ວມມືທຸລະກິດນໍາເຂົ້ານໍ້າມັນເຊື້ອໄຟມາຈໍາໜ່າຍ ຕາມຮູບແບບຂາຍຍົກ ແລະ ຂາຍຍ່ອຍ ໃນ ສປປ ລາວ

Published on

ວັນທີ 26 ພຶດສະພາ 2023 ນີ້ ບໍລິສັດລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ ກົມໃຫຍ່ພະລາທິການກອງທັບ, ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ກັບ ບໍລິສັດ ຊິໂນລາວ ລົງທຶນຈໍາກັດ ເຊິ່ງພິທີເຊັນບົດບັນທຶກດັ່ງກ່າວ ແມ່ນໄດ້ຈັດຂື້ນຢູ່ທີ່ໂຮງແຮມແລນມາກ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຄະນະນໍາກະຊວງ, ຫ້ອງວ່າການກະຊວງ, ຄະນະອໍານວຍການບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ, ບໍລິສັດ ຊິໂນລາວ ລົງທຶນ ຈໍາກັດ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ.

ທ່ານ ພັນເອກ ຈັນທາ ທໍາມະເທວາ ຮອງຫົວໜ້າກົມເສນາພະລາກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະປັບປຸງຫົວໜ່ວຍການຜະລິດ-ທຸລະກິດ ທີ່ຂື້ນກັບກົມໃຫຍ່ພະລາທິການກອງທັບ, ໄດ້ຂື້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ ບໍລິສັດລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ ຈັດຕັ້ງພິທີເຊັນ ບົດບັນທຶກຄວາມເຂົ້າໃຈ (MOU) ກັບ ບໍລິສັດ ຊິໂນລາວ ລົງທຶນ ຈຳກັດ, ກ່ຽວກັບການຮ່ວມທຸລະກິດ ນໍາເຂົ້ານໍ້າມັນ ແລະ ສ້າງຕັ້ງບໍລິສັດ ລັດວິສາຫະກິດປະສົມ, ອີງຕາມ ໜັງສືສະເໜີຂອງ ບໍລິສັດ ຊິໂນລາວ ລົງທຶນ ຈຳກັດ.

ກະຊວງປ້ອງກັນປະເທດ ຕົກລົງ ອະນຸມັດໃຫ້ ບໍລິສັດ ລັດວິສາຫະກິດນ້ຳມັນເຊື້ອໄຟວຽງຈັນ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ບໍລິສັດ ຊິໂນລາວ ລົງທຶນ ຈຳກັດ, ເຊິ່ງຈຸດປະສົງຂອງການເຊັນບົດບັນທຶກຂື້ນໃນຄັ້ງນີ້ ແມ່ນ ເພື່ອຮ່ວມທຸລະກິດນຳເຂົ້ານ້ຳມັນ ມາຈຳໜ່າຍຕາມຮູບແບບຂາຍຍົກ ແລະ ຂາຍຍ່ອຍ ໃນ ສ ປປ ລາວ, ຮ່ວມສ້າງຕັ້ງບໍລິສັດ ລັດວິສາຫະກິດປະສົມ ເພື່ອກໍ່ສ້າງສາງຮອງສະສົມນໍ້າມັນ ໃນກໍລະນີສຸກເສີນ, ສາງຈໍາໜ່າຍ ຂາຍຍົກ ແລະ ສ້າງລະບົບທໍ່ສູບສົ່ງນ້ຳມັນສຳເລັດຮູບ.

ໃນໂອກາດເຂົ້າຮ່ວມເປັນປະທານພິທີເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ລະຫວ່າງ ທັງສອງ ບໍລິສັດໃນຄັ້ງນີ້, ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ກໍ່ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ, ໂດຍໄດ້ເນັ້ນໜັກໃຫ້ທັງສອງຝ່າຍ,ຈົ່ງເອົາໃຈໃສ່ເປັນເຈົ້າການຍົກສູງຄວາມຮັບຜິດຊອບຂອງຕົນເອງເຂົ້າໃນໜ້າທີ່ວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ, ໂດຍສະເພາະດ້ານຂອດການຈັດຕັ້ງປະຕິບັດ ໃນການນໍາເຂົ້ານໍ້າມັນເຊື້ອໄຟແຕ່ລະຊະນິດທຸກຄັ້ງ, ຕ້ອງໄດ້ເອົາໃຈໃສ່ຕິດຕາມ, ກວດກາ, ຈົດບັນທຶກຢ່າງລະອຽດ, ເປັນຕົ້ນແມ່ນການຮັບ ແລະ ເບີກຈ່າຍນໍ້າມັນຕ້ອງໄດ້ມີການປະສານສົບກັບຂັ້ນເທິງ ຢ່າງເປັນປະຈໍາ ເພື່ອສະຫຼຸບບັນຊີລາຍງານໃຫ້ໜ່ວຍງານວິຊາສະເພາະ ກໍຄືການຈັດຕັ້ງທີ່ກ່ຽວຂ້ອງເປັນປົກກະຕິ, ພ້ອມທັງເປັນເຈົ້າການຕ້ານທຸກໆປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂື້ນພາຍໃນສັງຄົມ ກໍຄືຢູ່ໃນກອງທັບປະຊາຊົນລາວ ໃຫ້ທັນການ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອພ້ອມກັນຈັດຕັ້ງປະຕິບັດຕາມລະບຽບກົດໝາຍ, ຕາມສັນຍາທີ່ລະບຸໄວ້ແຕ່ລະມາດຕາຢ່າງເຂັ້ມງວດ, ຖືກຕ້ອງ ແລະ ທັນເວລາ.

ຈາກນັ້ນ, ທັງສອງຝ່າຍກໍ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນດັ່ງກ່າວໄວ້ເປັນຫຼັກຖານອີກດ້ວຍ.

ແຫຼ່ງຂ່າວ ຂ່າວສານສື່ມວນຊົນ ກົມໃຫຍ່ພະລາທິການກອງທັບ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...